ມາດຕະການໜູນຊ່ວຍວິສາຫະກິດ ຮ່າໂນ້ຍ ພັດທະນາການດໍາເນີນທຸລະກິດ

(VOVWORLD) -ດ້ວຍບັນດາຄວາມມານະພະຍາຍາມຂອງທັງລະບົບທະນາຄານ, ເຫຼືອໜີ້ສິນເຊື່່ອ ພື້ນຖານເສດຖະກິດໃນໄລຍະ 03 ເດືອນຕົ້ນປີ 2019 ແມ່ນເພີ່ມຂຶ້ນປະມານ 2,8% ເມື່ອທຽບໃສ່ໄລຍະທ້າຍປີ 2018

ຕອນເຊົ້າວັນທີ 16 ເມສາ, ທະນາຄານແຫ່ງລັດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມເຊື່ອມຕໍ່ລະຫວ່່າງທະນາຄານກັບ ວິສາຫະກິດ ເພື່ອສະຫຼຸບຄືນບັນດາໝາກຜົນ ເຊິ່ງຂະແໜງທະນາຄານໄດ້ປະຕິບັດ ແລະ ປຶກສາຫາລືກ່ຽວກັບມາດຕະການໜູນຊ່ວຍວິສາຫະກິດ ຮ່າໂນ້ຍ ພັດທະນາການດໍາເນີນທຸລະກິດ. ທີ່ກອງປະຊຸມ, ທະນາຄານແຫ່ງລັດ ໃຫ້ຮູ້ວ່່າ: ດ້ວຍບັນດາຄວາມມານະພະຍາຍາມຂອງທັງລະບົບທະນາຄານ, ເຫຼືອໜີ້ສິນເຊື່່ອ ພື້ນຖານເສດຖະກິດໃນໄລຍະ 03 ເດືອນຕົ້ນປີ 2019 ແມ່ນເພີ່ມຂຶ້ນປະມານ 2,8% ເມື່ອທຽບໃສ່ໄລຍະທ້າຍປີ 2018.

        ທ່ານ ດ່່າວມິນຕູ໊ ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ໃຫ້ຮູ້ວ່າ ໄລຍະຈະມາເຖິງ, ຂະແໜງທະນາຄານສືບຕໍ່ຄຸ້ມຄອງນະໂຍບາຍເງິນຕາ ໃຫ້ເປັນເຈົ້າການ ແລະ ຂະຫຍັນຂັນເຄື່ອນກວ່າ; ສືບຕໍ່ຜັນຂະຫຍາຍບັນດາໜ້າທີ່ ແລະ ມາດຕະການຂອງຂະແໜງທະນາຄານ ປະກອບສ່ວນປັບປຸງສະພາບແວດລ້ອມດໍາເນີນທຸລະກິດ, ຍົກສູງກໍາລັງຄວາມສາມາດລະດັບຊາດ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ໄດ້ສໍາຜັດກັບແຫຼ່ງທຶນຈາກທະນາຄານ.

ຕອບກັບ

ຂ່າວ/ບົດ​ອື່ນ