ມາເລເຊຍ ແລະ ຈີນໝັ້ນໝາຍສືບຕໍ່ຊອກຫາເຮືອບິນ MH 370 ທີ່ຖືກຫາຍສາບສູນ
ມາເລເຊຍໝັ້ນໝາຍສືບຕໍ່ດຳເນີນການຊອກຫາເຮືອບິນເລກໝາຍ MH 370 ທີ່ຫາຍສາບສູນ
|
(vovworld)- ວັນທີ 8/3, ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib RaZak ໃຫ້ຮູ້ວ່າ ປະເທດນີ້ຍັງໝັ້ນໝາຍສືບຕໍ່ດຳເນີນການຊອກຫາເຮືອບິນເລກໝາຍ MH 370 ທີ່ຖືກຫາຍສາບສູນໄດ້ 1 ປິເຕັມ, ພ້ອມທັງສະແດງຄວາມປາຖະໜາວ່າ ຈະຊອກຫາໄດ້ເຮືອບິນລຳດັ່ງກ່າວ. ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib RaZak ໃຫ້ຮູ້ວ່າ ມາເລເຊຍພ້ອມກັບບັນດາຄູ່ຮ່ວມມືສາກົນ ໄດ້ຄົ້ນຫາຕາມຮ່ອງຮອຍເຖິງວ່າຈະນ້ອຍທີ່ສຸດກໍຕາມເພື່ອຊອກຫາເຮືອບິນ. ໃນວັນດຽວກັນ, ກ່າວຄຳເຫັນຢູ່ນອກກອງປະຊຸມສະພາຜູ້ແທນປະຊາຊົນແຫ່ງຊາດຈີນ, ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ໃຫ້ຮູ້ວ່າ ການຊອກຫາເຮືອບິນເລກໝາຍ MH 370 ທີ່ຖືກຫາຍສາບສູນກ່ອນນີ້ 1 ປິເຕັມ ຈະບໍ່ຢຸດຕິລົງ.