ມື້ເຮັດວຽກທີ5ຂອງກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກຊຸດທີ11
ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງ
ພັກກອມມູນິດຫວຽດນາມຊຸດທີ 11
ພາບ:TTXVN
|
(vovworld)- ວັນທີ 9/1, ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11 ກ້າວເຂົ້າສູ່ມື້ເຮັດວຽກທີ 5. ຕອນເຊົ້າວັນດຽວກັນ, ຄະນະບໍລິຫານງານສູນກາງພັກ ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ ເພື່ອປຶກສາຫາລືກ່ຽວກັບແຜນຮ່າງບົດລາຍງານຕີລາຄາໝາກຜົນການປະຕິບັດຫນ້າທີ່ພັດທະນາເສດຖະກິດສັງຄົມໄລຍະ 5 ປີ ຄືແຕ່ປີ 2011-2015 ແລະ ທິດທາງ, ຫນ້າທີ່ພັດທະນາເສດຖະກິດສັງຄົມໄລຍະ 5 ປີ ຄືແຕ່ປີ 2016-2020 ຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເປັນປະທານວາລະປຶກສາຫາລື. ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກຳມະການກົມການເມືອງ ໄດ້ອ່ານບົດສະເຫນີຂອງຄະນະກຳມະການພັກ ລັດຖະບານ ກ່ຽວກັບແຜນຮ່າງຫລຸດຜ່ອນພະນັກງານບັນຈຸ ແລະ ສ້າງໂຄງປະກອບຖັນແຖວພະນັກງານ, ລັດຖະກອນຄືນໃຫມ່. ທ່ານ ຮອງນາຍົກລັດຖະມົນຕີ ຫວູດືກດາມ ອ່ານບົດສະເຫນີຂອງຄະນະກຳມະການພັກລັດຖະບານ ກ່ຽວກັບແຜນຮ່າງວາງແຜນກຳນົດ ແລະ ຄຸ້ມຄອງສື່ມວນຊົນທົ່ວປະເທດຮອດປີ 2025. ຫລັງຈາກນັ້ນ ສູນກາງພັກ ຄົ້ນຄ້ວາຢູ່ຕາມຫນ່ວຍເພື່ອປຶກສາຫາລືແຜນຮ່າງ 2 ສະບັບດັ່ງກ່າວ.