ຢູແກຼນກະກຽມການເລືອກຕັ້ງປະທານາທິບໍດີ
ທ່ານນາງTymoshenko ເຂົ້າຮ່ວມການແຂ່ງຂັນເລືອກຕັ້ງ
ປະທານາທິບໍດີ ຢູແກຼນ
|
(vovworld)- ວັນທີ 30/3 ແມ່ນມື້ສຸດທ້າຍຂອງການກຳນົດເວລາຈົດທະບຽນຜູ້ສະໝັກຮັບເລືອກຕັ້ງໃຫ້ແກ່ການເລືອກຕັ້ງປະທານາທິບໍດີ ຢູແກຼນ ຊື່ງຄາດວ່າດຳເນີນໄປໃນວັນທີ 25/05 ຈະມາເຖິງ. ກ່ອນຫນ້ານັ້ນ, ໃນວັນທີ 29/3, ພັກໃຫຍ່ສ່ວນຫລາຍຢູ່ ຢູແກຼນ ໄດ້ດຳເນີນກອງປະຊຸມໃຫຍ່ ແລະ ຄັດເລືອກຜູ້ສະຫມັກຮັບເລືອກຕັ້ງເພື່ອເຂົ້າຮ່ວມການແຂ່ງຂັນເລືອກຕັ້ງ.
ບັນຊີລາຍຊື່ບັນດາຜູ້ສະໝັກຮັບເລືອກຕັ້ງເຂົ້າຮ່ວມການແຂ່ງຂັນເລືອກຕັ້ງຢູ່ ຢູແກຼນ ໄດ້ຂຶ້ນເຖິງຈຳນວນ 10 ທ່ານແລ້ວ. ເຖິງຢ່າງໃດກໍຕາມ, ບັນຊີລາຍຊື່ສຸດທ້າຍຈະຖືກປະກາດໃນວັນທີ 31/3. ໃນຂະນະທີ່ບັນດາພັກຝ່າຍ ແລະ ສ່ວນບຸກຄົນ ຢູ່ ຢູແກຼນ ພວມຕັ້ງຫນ້າກະກຽມບັນດາບາດກ້າວກະກຽມໃຫ້ແກ່ການເລືອກຕັ້ງປະທານາທິບໍດີ, ຝ່າຍລັດເຊຍ ອອກສຽງຢືນຢັນວ່າ: ມົດສະກູ ຖືການເລືອກຕັ້ງປະທານາທິບໍດີ ຈະມາເຖິງ ຂອງ ຢູແກຼນ ແມ່ນຜິດກົດໝາຍ.