ສສຊ ກົດປຸ່ມລົງຄະແນນສຽງຮັບຮອງເອົາຮ່າງລັດຖະທຳມະນູນ
photo:internet
|
(vovworld)- ດ້ວຍບັດເຫັນດີ 97,59% ຈາກ ສສຊ, ຕອນເຊົ້າວັນທີ 28/11, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໄດ້ຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງຢ່າງເປັນທາງການ. ກ່າວຄຳເຫັນທີ່ສະພາແຫ່ງຊາດ, ທ່ານ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ຢືນຢັນວ່າ:
“ເລື່ອງສະພາແຫ່ງຊາດຮັບຮອງເອົາລັດຖະທຳມະນູນປີ 1992 ສະບັບປັບປຸງ ແມ່ນເຫດການປະຫວັດສາດ, ເປີດໄລຍະໃຫມ່ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນ. ລັດຖະທຳມະນູນສະບັບນີ້ແມ່ນໝາກຜົນຂອງວິວັດການເຮັດວຽກຢ່າງສຸດຈິດສຸດໃຈຂອງ ສສຊ, ຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ບັນດາຫົວຫນ່ວຍ, ທຸກຂັ້ນ ແລະ ຂະແຫນງການຕ່າງໆ ໂດຍມີການເຂົ້າຮ່ວມຂອງທັງລະບົບການເມືອງ. ລັດຖະທຳມະນູນສະບັບປັບປຸງ ດ້ວຍຈິດໃຈປ່ຽນໃຫມ່ ແມ່ນຖືກກັບແນວຄິດຂອງພັກ, ຈິດໃຈຂອງປະຊາຊົນ.”
ກ່ຽວກັບບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໃຫ້ຮູ້ວ່າ: ສະພາແຫ່ງຊາດມີຄວາມເຄົາລົບ ແລະ ຮັບຮູ້. ຕາມມະຕິທີ່ກຳນົດການປະຕິບັດລັດຖະທຳມະນູນຊື່ງໄດ້ຮັບການຮັບຮອງເອົາໃນຕອນເຊົ້າວັນທີ 28/11, ລັດຖະທຳມະນູນສະບັບປັບປຸງຖືກປະກາດຢ່າງຊ້າສຸດແມ່ນ 15 ວັນ ນັບແຕ່ເມື່ອໄດ້ຮັບການຮັບຮອງເອົາ ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1/1/2014 ເປັນຕົ້ນໄປ.
ສສຊ ຕີລາຄາສູງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ
ພາຍຫຼັງສະພາແຫ່ງຊາດຮັບຮອງເອົາຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ສສຊ ຫຼາຍທ່ານ ສະແດງຄວາມເຫັນດີເຫັນພ້ອມ ແລະ ໃຫ້ຂໍ້ສັງເກດວ່າ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໄດ້ຮັບເອົາຄຳເຫັນທັງໝົດຂອງ ສສຊ ບົນຈິດໃຈເຂົ້າອົກເຂົ້າໃຈ, ຮັບຟັງ ແລະ ເກັບກຳບັນດາຍອດຍິ່ງດ້ານພູມປັນຍາຂອງທົ່ວທັງຊາດ. ທ່ານນາງເຈືອງທິມາຍ, ປະທານກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຖືວ່າ: ນີ້ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຂອງລະບົບການເມືອງດ້ວຍຈິດໃຈຮັບຜິດຊອບສູງຂອງບັນດາ ສສຊ ແລະ ຄະນະຮຽບຮຽງລັດຖະທຳມະນູນ. ທ່ານນາງເຈືອງທິມາຍ ເນັ້ນໜັກວ່າ:
“ຂ້າພະເຈົ້າຄິດວ່າ, ການປັບປຸງຄັ້ງນີ້ໄດ້ຍົກລະດັບທັດສະນະຂອງລັດຖະທຳມະນູນຕໍ່ບັນດາບັນຫາກ່ຽວຂ້ອງເຖິງສິດທິມະນຸດ, ສິດພົນລະເມືອງ, ຕະຫຼອດຮອດບັນຫາຂຶ້ນກັບຂົງເຂດສັງຄົມຄື: ບັນຫາຊີວິດສັງຄົມ, ການເອົາໃຈໃສ່ເບິ່ງແຍງສຸຂະພາບຂອງ ປຊຊ, ບັນຫາຮ່ຳຮຽນ, ບັນຫານະໂຍບາຍໃຫ້ຜູ້ມີຄຸນງາມຄວາມດີ, ຜູ້ອາຍຸສູງ, ຜູ້ປະສົບກັບຄວາມຫຍູ້ງຍາກ…“.
ສສຊ ຫຼາຍທ່ານໃຫ້ຂໍ້ສັງເກດວ່າ: ຮ່າງລັດຖະທຳມະນູນມີຫຼາຍຈຸດໃໝ່ທັງດ້ານເນື້ອໃນ ແລະ ທັກສະການສ້າງລັດຖະທຳມະນູນ: ສະແດງຢ່າງຈະແຈ້ງ ແລະ ຄົບຖ້ວນທາດແທ້ປະຊາທິປະໄຕ, ຄວາມກ້າວໜ້າຂອງລັດ ແລະ ລະບອບໃນໄລຍະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ; ກຳນົດກ່ຽວກັບລະບອບການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ ແລະ ສິ່ງແວດລ້ອມ, ສິດທິມະນຸດ....ຢ່າງຈະແຈ້ງ, ຖືກຕ້ອງ ແລະ ຄົບຖ້ວນ. ທ່ານເຈິ່ນຫງອກວິງ, ສສຊ ນະຄອນຫາຍຟ່ອງ ເວົ້າວ່າ:
“ຄະນະຮຽບຮຽງໄດ້ຮັບຟັງ, ຄັດເລືອກຄຳເຫັນຂອງ ສສຊ ຢ່າງຄົບຖ້ວນເພື່ອນຳເຂົ້າລັດຖະທຳມະນູນສະບັບໃໝ່ນີ້. ນີ້ແມ່ນລັດຖະທຳມະນູນບັນຈຸສິ່ງຍອດຍິ່ງ, ຄັດເລືອກຄຳເຫັນທີ່ດີ ແລະ ແມ່ນເອກກະສານຕົ້ນຕໍເພື່ອປັບປຸງກົດໝາຍອື່ນໆໃຫ້ເໝາະສົມກັບສະພາບການໃໝ່ໃນປະຈຸບັນເພື່ອປົກປັກຮັກສາປະເທດຊາດ ແລະ ພັດທະນາເສດຖະກິດ“.