ລັດຖະບານ ຊີຣີ ເຊື້ອເຊີນອົງການເກືອດຫ້າມອາວຸດເຄມີໄປຕິດຕາມກວດກາເທດສະບານ Douma

(VOVWORLD) - “ລັກສະນະຮ້າຍແຮງໃນບັນດາຂໍ້ກ່າວຫາຫວ່າງແລ້ວນີ້ ຮຽກຮ້ອງມີການກວດກາຢ່າງເຖິງຖອງ, ອີງໃສ່ຄວາມເຫັນພາວະວິໄສ, ເປັນເອກະລາດ ແລະ ເຕັມໄປດ້ວຍລັກສະນະວິຊາຊີບຂອງວົງການນັກຊ່ຽວຊານ”.
ລັດຖະບານ ຊີຣີ ເຊື້ອເຊີນອົງການເກືອດຫ້າມອາວຸດເຄມີໄປຕິດຕາມກວດກາເທດສະບານ Douma - ảnh 1ພາບປະກອບ

ວັນທີ 10 ເມສາ, ລັດຖະບານ ຊີຣີ ໄດ້ສົ່ງຄຳເຊີນເຖິງອົງການເກືອດຫ້າມ ອາວຸດເຄມີ (OPCW) ໄປຕິດຕາມກວດກາເທດສະບານ Douma, ເຂດ Ghouta ຕາເວັນອອກຂອງ ຊີຣີ, ເຊິ່ງເປັນສະຖານທີ່ເກີດເຫດບຸກໂຈມຕີທີ່ຖືກສົງໄສວ່ານຳໃຊ້ອາວຸດເຄມີໃນທ້າຍອາທິດຜ່ານມາເຮັດໃຫ້ຫຼາຍຄົນຖືກເສຍຊີວິດ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ກໍ່ຮຽກຮ້ອງບັນດານັກສືບສວນສາກົນເປີດການສຳຫຼວດຢ່າງເປັນເອກະລາດພາຍຫຼັງເຫດບຸກໂຈມຕີດັ່ງກ່າວ. ທ່ານ Guterres ຖືວ່າ “ລັກສະນະຮ້າຍແຮງໃນບັນດາຂໍ້ກ່າວຫາຫວ່າງແລ້ວນີ້ ຮຽກຮ້ອງມີການກວດກາຢ່າງເຖິງຖອງ, ອີງໃສ່ຄວາມເຫັນພາວະວິໄສ, ເປັນເອກະລາດ ແລະ ເຕັມໄປດ້ວຍລັກສະນະວິຊາຊີບຂອງວົງການນັກຊ່ຽວຊານ”.

        ແລະ ກໍ່ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ປະກາດວ່າ ຈະປຶກສາຫາລື ກັບທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບເຫດບຸກໂຈມຕີຢູ່ເທດສະບານ Douma ແລະ ຢືນຢັນວ່າ ລອນດອນ ພວມພ້ອມກັບບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືຕີລາຄາເຫດການດັ່ງກ່າວຢ່າງຮີບດ່ວນ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຝລັ່ງ Edouard Philippe  ກໍ່ຖະແຫຼງວ່າ ບັນດາປະເທດພັນທະມິດຂອງອຳນາດການປົກຄອງ ຊີຣີ ຕ້ອງ “ຮັບຜິດຊອບເປັນພິເສດ” ໃຫ້ແກ່ເຫດບຸກໂຈມຕີທີ່ຖືກສົງໄສວ່ານຳໃຊ້ອາວຸດເຄມີນີ້.

        ໃນສະພາບການທີ່ກ່ຽວຂ້ອງ, ວັນທີ 10 ເມສາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນການປ່ອນບັດສຳລັບຮ່າງມະຕິ 3 ສະບັບກ່ຽວຂ້ອງເຖິງການສືບສວນກ່ຽວກັບບັນດາເຫດບຸກໂຈມຕີດ້ວຍອາວຸດເຄມີຢູ່ ຊີຣີ. ໝາກຜົນແມ່ນຮ່າງມະຕິ 3 ທັງສະບັບ ລ້ວນແຕ່ບໍ່ໄດ້ຮັບຮອງເອົາ. ໃນນັ້ນ ມີຮ່າງມະຕີ 2 ສະບັບໂດຍ ອາເມລິກາ ແລະ  ລັດເຊຍ ຍື່ນສະເໜີ.

ຕອບກັບ

ຂ່າວ/ບົດ​ອື່ນ