ລັດຖະບານຊີ້ນຳການພັດທະນາເສດຖະກິດສັງຄົມປີ 2014

ລັດຖະບານຊີ້ນຳການພັດທະນາເສດຖະກິດສັງຄົມປີ 2014 - ảnh 1
(ພາບປະກອບ)

(vovworld) - ​ກອງ​ປະຊຸມ​​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດ ກັບ​ບັນດາ​ທ້ອງ​ຖິ່ນ​​ເພື່ອ​ຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014 ​ດຳ​ເນີນ​​ໃນ​ວັນ​ທີ 23/12. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ບັນດາ​ຮອງ​ນາຍົ​ກລັດຖະມົນຕີ ​ແລະ ການ​ນຳ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳຄັນ​ນີ້. ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ຕີ​ລາຄາ​ການ​ປະຕິບັດ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ບັນດາ​ມາດ​ຕະການຕົ້ນ​ຕໍ່​ໃນ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2013; ປຶກສາ​ຫາລື​ຮ່າງ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ບັນດາ​ມາດ​​ໃນ​ການ​ຕົ້ນ​ຕໍ່​ຊີ້​ນຳ​, ບໍລິຫານ​ການ​​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຮ່າງງົບປະມານ​ແຫ່ງ​ລັດ​ປີ 2014. ນີ້​ແມ່ນ​ປີ​ທີ 2 ຊິ່ງ​ລັດຖະບານ​ຈັດ​ກອງ​ປະຊຸມ​ທ້າຍ​ປີ​ກັບ​ທ້ອງ​ຖິ່ນ​ຕ່າງໆ ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດ, ​ເຊິ່ງ​ເປັນ​ວິທີ​ທີ່​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ປະຢັດ.

ຂ່າວ/ບົດ​ອື່ນ