ລັດ​ຖະ​ບາ​ນ​ອະ​ນຸ​ມັດ​ຜ່ານ​ແຜນ​ນະ​ໂຍ​ບາຍ​ຈັດ​ຖ້ຽວ​ບິນ​ສົ່ງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ຢູ​ແກຼນ​ກັບ​​ຄືນປະ​ເທດ

(VOVWORLD) - ກະຊວງການຕ່າງປະເທດ ຫວຽດນາມ ພວມສົມທົບກັບກະຊວງຄົມມະນາຄົມຂົນສົ່ງ ຈັດ 02 ຖ້ຽວບິນສົ່ງຊາວ ຫວຽດນາມ ແລະ ຄອບຄົວຈາກ ຢູແກຼນ ກັບຄືນປະເທດ, ຄາດວ່າຈະ ມີ 01 ຖ້ຽວຈາກ ຣູມານີ ໃນວັນທີ 7 ມີນາ ແລະ 01 ຖ້ຽວຈາກ ໂປໂລຍ ໃນວັນທີ 8 ມີນາ.

        ຕໍ່ໜ້າສະພາບການຜັນແປຢ່າງສັບສົນຍ້ອນການປະທະກັນດ້ວຍອາວຸດຢູ່ ຢູແກຼນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ຫວຽດນາມ ຜູ້ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ທີ່ນັ້ນ, ວັນທີີ 3 ມີນາ, ລັດຖະບານ ຫວຽດນາມໄດ້ອະນຸມັດຜ່ານແຜນນະໂຍບາຍຈັດຖ້ຽວບິນສົ່ງຊາວ ຫວຽດນາມ ຜູ້ທີ່ມີຄວາມຕ້ອງການຢາກກັບຄືນປະເທດ. ຕາມນັ້ນແລ້ວ, ບົນເນື້ອໃນຈິດໃຈມະນຸດສະທຳ ແລະ ໃຫ້ບຸລິມະສິດສູງສຸດແກ່ວຽກງານປົກປ້ອງພົນລະເມືອງ, ປ້ອງກັນຄວາມປອດໄພຕໍ່ຊີວິດອິນຊີ, ຊັບສິນ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງພົນລະເມືອງ ແລະ ນິຕິບຸກຄົນ ຫວຽດນາມ, ສຳນັກງານ ແລະ ສະມາຊິກອົງການຜູ້ຕາງໜ້າປະຈຳ ຢູແກຼນ ໃນລະດັບສູງສຸດ, ລັດຖະບານ ຫວຽດນາມ ໄດ້ອະນຸຍາດໃຫ້ຈັດຖ້ຽວບິນສົ່ງພົນລະເມືອງ ຫວຽດນາມ, ຊາວ ຢູແກຼນ ເຊື້ອຊາດ ຫວຽດນາມ ແລະ ສະມາຊິກໃນຄອບຄົວກັບຄືນປະເທດ ຕາມຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ (ໃນຕໍ່ໜ້າຄາດວ່າຈະມີຊາວ ຫວຽດນາມ ຢູ່ ໂປໂລຍ, ຣູມານີ ແລະ ມົດໂດວາ ປະມານ 900 ຄົນ); ຜູ້ທີ່ຈະກັບຄືນປະເທດໃນຖ້ຽວບິນເຫຼົ່ານັ້ນ ຈະໄດ້ກວດຫາເຊື້ອໄວຣັດ ພາຍຫຼັງເຮືອບິນລົງຮອດ ຢູ່ ຫວຽດນາມ ແລະ ປະຕິບັດມາດຕະການທາງການແພດ ພາຍຫຼັງເຂົ້າເມືອງ ຫວຽດນາມ ຕາມຄຳແນະນຳຂອງກະຊວງສາທາລະນະສຸກ.

        ປັດຈຸບັນ, ກະຊວງການຕ່າງປະເທດ ຫວຽດນາມ ພວມສົມທົບກັບກະຊວງຄົມມະນາຄົມຂົນສົ່ງ ຈັດ 02 ຖ້ຽວບິນສົ່ງຊາວ ຫວຽດນາມ ແລະ ຄອບຄົວຈາກ ຢູແກຼນ ກັບຄືນປະເທດ, ຄາດວ່າຈະ ມີ 01 ຖ້ຽວຈາກ ຣູມານີ ໃນວັນທີ 7 ມີນາ ແລະ 01 ຖ້ຽວຈາກ ໂປໂລຍ ໃນວັນທີ 8 ມີນາ.


ຕອບກັບ

ຂ່າວ/ບົດ​ອື່ນ