(vovworld) – ຕອນບ່າຍວັນທີ 29/8, ຢູ່ນະຄອນ ຄາກົບ, ຢູແກຼນ, ທ່ານ ຫງວຽນບັກຊອນ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ມີການໂອ້ລົມກັບປະຊາຄົມຊາວ ຫວຽດນາມ ຢູ່ນະຄອນນີ້. ທ່ານລັດຖະມົນຕີ ຫງວຽນບັກຊອນ ນຳໜ້າຄະນະຜູ້ແທນກະຊວງຖະແຫຼງຂ່າວ ແລະ ສື່ສານ ແລະ ຄະນະໂຄສະນາສຶກສາສູນກາງ ຢ້ຽມຢາມ ຢູແກຼນ, ພ້ອມທັງໄຂງານວາງສະແດງຮູບພາບ ແລະ ສັບປະດາສາຍຮູບເງົາ “ຫວຽດນາມ - ຈຸດນັບພົບຂອງໂລກ” ປີ 2013. ທີ່ການໂອ້ລົມ, ທ່ານລັດຖະມົນຕີ ຫງວຽນບັກຊອນ ໄດ້ທົບທວນຄືນສະພາບການ ແລະ ບັນດາໝາກຜົນທາງດ້ານເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນ 3 ປີຜ່ານມາໃນສະພາບການເສດຖະກິດໂລກຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ. ສຳລັບປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ທ່ານລັດຖະມົນຕີ ຫວັງວ່າພໍ່ແມ່ປະຊາຊົນຢູ່ທີ່ນີ້ຈະສ້າງປະຊາຄົມໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກ່ວາ.
ກ່ອນທີ່ກ້າວເຂົ້າສູ່ສົກຮຽນໃໝ່, ປະຊາຄົມຊາວ ຫວຽດນາມ ຢູ່ແຂວງ ຄາກົບ ກໍ່ສົມທົບກັບສະຖານທູດ ຫວຽດນາມ ຢູ່ ຢູແກຼນ ຈັດຕັ້ງການມອບລາງວັນໃຫ້ນັກຮຽນເກັ່ງ 93 ຄົນເຊິ່ງແມ່ນລູກຫຼານຊາວ ຫວຽດນາມ ອາໄສຢູ່ຄາກົບທີ່ໄດ້ຮັບລາງວັນສູງໃນການສອບເສັງຕ່າງໆໃນສົກຮຽນ 2012 – 2013. ທ່ານລັດຖະມົນຕີ ຫງວຽນບັກຊອນ ໄດ້ມອບຫຼຽນກາໃຫ້ນັກຮຽນ 15 ຄົນທີ່ຮັບຜົນງານດີທີ່ສຸດ.