ລັດຖະມົນຕີກະຊວງກໍ່ສ້າງ ຈະໂອ້ລົມສົນທະນາ ໂດຍກົງກັບ ປະຊາຊົນ
(ພາບ:thongtincongnghe.com)
( vovworld ) – ໃນວັນທີ 5/6 ທີ່ຈະມາເຖິງ, ທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ Trinh Dinh Dung ຈະໂອ້ລົມສົນທະນາໂດຍກົງກັບປະຊາຊົນ ຢູ່ປະຕູຖານຂໍ້ມູນລັດຖະບານ. ການໂອ້ລົມສົນທະນາຈະຕອບບັນດາຄຳຖາມຂອງປະຊາຊົນກ່ຽວກັບບັນດາບັນຫາໃນຂົງເຂດຕ່າງໆ ຂຶ້ນກັບໜ້າທີ່ຄຸ້ມຄອງລັດຂອງກະຊວງກໍ່ສ້າງຄື: ການກໍ່ສ້າງ, ສະຖາປັດຕະຍາກຳ, ວາງແຜນຜັງກໍ່ສ້າງ, ພື້ນຖານໂຄງລ່າງເຕັກນິກຕົວເມືອງ, ເຂດອຸດສາຫະກຳ, ເຂດເສດຖະກິດ, ເຂດເຕັກໂນໂລຊີສູງ, ພັດທະນາຕົວເມືອງ, ເຮືອນຢູ່ ແລະ ສຳນັກງານ, ການດຳເນີນທຸລະກິດອະສັງຫາລິມະຊັບ, ວັດສະດຸກໍ່ສ້າງ. ໃນໄລຍະທີ່ຜ່ານມາ, ມີລັດຖະມົນຕີ 11 ທ່ານ ໄດ້ດຳເນີນການໂອ້ລົມສົນທະນາໂດຍກົງກັບປະຊາຊົນກ່ຽວກັບບັນດາຂົງເຂດ: ວິທະຍາສາດ ແລະ ເຕັກໂນໂລຊີ, ຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະສິກຳ ແລະ ພັດທະນາຊົນນະບົດ, ແຜນການ ແລະ ການລົງທຶນ, ສາທາລະນະສຸກ, ການສຶກສາ ແລະ ບຳລຸງສ້າງ, ການເງິນ, ຄົມມະນາຄົມຂົນສົ່ງ, ທະນາຄານ, ອຸດສາຫະກຳການຄ້າ, ແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ.