ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບ ຄະນະຜູ້ແທນນັກຮົບເກົ່າ ອະດີດ ສະຫະພາບໂຊວຽດ

ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບ ຄະນະຜູ້ແທນນັກຮົບເກົ່າ ອະດີດ ສະຫະພາບໂຊວຽດ - ảnh 1

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​​ຕ້ອນຮັບ ຄະນະ​ຜູ້​ແທນ​ນັກຮົບ​ເກົ່າ ​ອະດີດ ສະຫະພາບໂຊ​ວຽດ

(ພາບ: Dangcongsan.vn)

(vovworld) - ​ຕອນ​ບ່າຍ​ວັນ​ທີ 23/4, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ນັກຮົບ​ເກົ່າ ​ອະດີດ ສະຫະພາບ ໂຊ​ວຽດ (​ໃນ​ນັ້ນ​ມີ ລັດ​ເຊຍ, Ukraina, Belarus) ທີ່​ເຄີຍ​ຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ໄລຍະ​ສົງຄາມ​ຕ້ານ ອາ​ເມ​ລິ​ກາ, ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟູ່ງກວາງ​ແທງ ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ສຸດຈະລິດ, ມີ​ປະສິດທິ​ຜົນ​ຂອງ​ບັນດາ​ເພື່ອນ​ມິດສາ​ກົນ​ທີ່​ສະຫງວນ​​ໃຫ້​ແກ່ ຫວຽດນາມ. ລັດ​ເຊຍ, Ukraina, Belarus ​ໄດ້​ສົ່ງ​ນັກ​ຊ່ຽວຊານ, ທີ່​ປຶກສາ​ການ​ທະຫານ​ນັບ​ພັນ​ຄົນ ມາ​ຊ່ວຍ​ເຫຼືອ ຫວຽດນາມ, ປະກອບສ່ວນ​ຍາດ​ໄດ້ໄຊຊະນະ​​ໃນການ​ຕໍ່ສູ້​ຕ້ານ ອາ​ເມ​ລິ​ກາ ​ເພື່ອກູ້​ຊາດ. ຍາມ​ໃດ ປະຊາຊົນ ຫວຽດນາມ ​ແລະ ກ​ອງທັບ​ປະຊາຊົນ ຫວຽດນາມ ກໍ່​ເຄົາລົບ​ນັບຖື​ນ້ຳ​ໃຈ​ອັນ​ດີງາມ ​ແລະ ກາ​ນຊ່ວຍ​ເຫຼືອ​ທີ່​ໃຫຍ່​ຫລວງ, ມີ​ປະສິດທິ​ຜົນ​ຂອງ​ເພື່ອນ​ມິດສາ​ກົນ ພິ​ເສດ​ແມ່ນ​ຂອງ ລັດ​ເຊຍ, Ukraina, Belarus. ທ່ານ ພົນ​​ເອກ ຟູ່ງກວາງ​ແທງ ​ເນ​ັ້ນໜັກ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກຮົບ​ເກົ່າ ອະດີດ​ສະຫະພາບ ​ໂຊ​ວຽດ ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ຜົນງານ​​ໃນ​ການ​ສ້າງສາ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງ​ປະຊາຊົນ ຫວຽດນາມ.

 

ຂ່າວ/ບົດ​ອື່ນ