ລັດຖະມົນຕີກະຊວງປ້ອງກັນປະເທດຈີນຢ້ຽມຢາມອີຣານ

ລັດຖະມົນຕີກະຊວງປ້ອງກັນປະເທດຈີນຢ້ຽມຢາມອີຣານ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຈີນ ຈ​າງວານ​ແຈ໋ວງ
(ພາບ​ປະ​ກອບ: THX/TTXVN)

(vovworld) - ​ວັນ​ທີ 13/11, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຈີນ ຈ​າງວານ​ແຈ໋ວງ ໄດ້​ໄປ​ເຖິງ​ນະ​ຄອນ​ຫຼວງ​ເຕ​ເຣ​ຣານ ເລີ່​ມ​ຕົ້ນ​ການ​ຢ້ຽມ​ຢາມ​ອີ​ຣານ ຢ່າງ​ເປັນ​ທາງ​ການ​ເປັນ​ເວ​ລາ 3 ວັນ, ຕາມ​ຄຳ​ເຊີນ​ຂອງ​ຄູ່​ຮ່ວມ​ຕຳ​ແໜ່ງ​ອີ​ຣານ Hossein Dehqan. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ 2 ທ່ານ​ຈະ​ມີ​ການ​ເຈ​ລະ​ຈາ​ກ່​ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ 2 ຝ່າຍ, ກໍ​ຄື​ບາງ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​​ຄວາມ​ສົນ​ໃຈ. ອີ​ຣານ ແລະ ຈີນ ແຈ​້ງວ່າ ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ກ່ຽວ​ກັບ​ການ​ຮ່ວມມ​ື​ດ້ານ​ປ້ອງ​ກັນ​ປະ​ເທດ ແລະ ການ​ທະ​ຫານ​ໃນ​ວັນ​ທີ 14/11.

        ການ​ພົວ​ພັນ​ລະ​ຫວ່າງ​ເຕ​ເຣ​ຣາ​ນ ແລະ ປັກ​ກິງ ຫວ່າງມໍ່​ໆ​ມ​ານີ້​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງບໍ່​ຢຸດ​ຢັ້ງ​ໃນ​ທຸກ​ຂົງ​ເຂດ, ລວມ​ທັງ​ການ​ພົວ​ພັນ​ດ້ານ​ການ​ທູດ, ເສດ​ຖະ​ກິດ, ການ​ຄ້າ, ພະ​ລັງ​ງານ ແລະ ການ​ທະ​ຫານ.

ຂ່າວ/ບົດ​ອື່ນ