ລັດ​ຖະ​ມົນຕີ​ການ​ຕ່າງ​ປະ​ເທດ ຈີນ: ໂລກ​ຕ້ອງຫຼີກ​ລ້ຽງ​ການ​ເກີດສົງ​ຄາມ​ເຢັນ​ຄັ້ງ​ໃໝ່

(VOVWORLD) -    ໃນຂອບເຂດການຢ້ຽມຢາມ ອີຕາລີ, ວັນທີ 25 ສິງຫາ, ທ່ານ ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຖືວ່າ ໂລກຕ້ອງຫຼີກລ້ຽງການເກີດສົງຄາມເຢັນຄັ້ງໃໝ່.
ລັດ​ຖະ​ມົນຕີ​ການ​ຕ່າງ​ປະ​ເທດ ຈີນ: ໂລກ​ຕ້ອງຫຼີກ​ລ້ຽງ​ການ​ເກີດສົງ​ຄາມ​ເຢັນ​ຄັ້ງ​ໃໝ່ - ảnh 1ທ່ານ ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: Kyodo/TTXVN)

     ຖະແຫຼງການດັ່ງກ່າວ ໂດຍລັດຖະມົນຕີການຕ່າງປະເທດ ຈີນ ຍົກອອກມາໃນສະພາບການທີ່ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ພວມປິນຂັ້ນໄດ.

        ຕາມທ່ານ ຫວາງອີ ແລ້ວ, ບັນຫາສຳຄັນແມ່ນ ຈີນ ແລະ ສະຫະພາບເອີຣົບ (ອີຢູ) ຕ້ອງເພີ່ມທະວີບັນດາການພົວພັນ ແລະ ຮ່ວມມືກັນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານເນັ້ນໜັກວ່າ “ຈີນ ບໍ່ມີວັນຫວັງຢາກໃຫ້ເກີດສົງຄາມເຢັນ ເພາະວ່າສົງຄາມນີ້ແມ່ນບາດກ້າວເດີນຖອຍຫຼັງ. ພວກຂ້າພະເຈົ້າບໍ່ປະໃຫ້ປະເທດອື່ນໆເຮັດສິ່ງດັ່ງກ່າວ ຍ້ອນຜົນປະໂຫຍດສ່ວນຕົວຂອງເຂົາເຈົ້າ, ໃນຂະນະທີ່ໄດ້ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງບັນດາປະເທດອື່ນ”.

        ປັດຈຸບັນ, ທ່ານ ຫວາງອີ ພວມເດີນທາງໄປຢ້ຽມຢາມ  5 ປະເທດ ເອີຣົບ, ໃນນັ້ນ ອີຕາລີ ແມ່ນປະເທດທຳອິດ. ນີ້ແມ່ນການເດີນທາງໄປຕ່າງປະເທດຄັ້ງທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດ ຈີນ ນັບແຕ່ເກີດມີໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ