ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດປີໃຫມ່ 2013
ທ່ານ ຟ້າມບີ່ນມິນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ
ພາບ:internet
|
(vovworld) - ໃນການຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດປີໃຫມ່ 2013, ທ່ານ ຟ້າມບີ່ນມິນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຕີລາບັນດາຜົນງານພົ້ນເດັ່ນຂອງວຽກງານການຕ່າງປະເທດ ຫວຽດນາມ ໃນປີ 2012 ຄື: ຫວຽດນາມ ສືບຕໍ່ນຳການພົວພັນກັບບັນດາປະເທດເຂົ້າສູ່ລວງເລິກ, ເປເປັນປົກກະຕິ ແລະ ແທດຈິງ. ໃນປີ 2012, ເລື່ອງຫລາຍປະເທດຢາກຍົກການພົວພັນກັບ ຫວຽດນາມ ຂຶ້ນສູ່ລະດັບສູງໃຫມ່ ແມ່ນສະແດງໃຫ້ເຫັນບົດບາດທີ່ຕັ້ງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນຢູ່ເວທີສາກົນ. ປີ 2012 ເປັນຂີດໝາຍແຫ່ງຜົນສຳເລັດປີສາມັກຄີມິດຕະພາບ ຫວຽດນາມ - ລາວ ແລະ ປີມິດຕະພາບ ຫວຽດນາມ - ກຳປູເຈຍ. ຫນຶ່ງໃນບັນດາຈຸດພົ້ນເດັ່ນຂອງການເຄື່ອນໄຫວການຕ່າງປະເທດໃນປີ 2012 ແມ່ນເວທີປາໄສການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ແລະ ອາເມລິກາລາຕີນ ເປັນຄັ້ງທຳອິດໄດ້ຮັບການຈັດຕັ້ງຂຶ້ນປະສົບຜົນສຳເລັດ. ຫວຽດນາມ ໄດ້ຍູ້ແຮງການຜັນຂະຫຍາຍແຜນນະໂຍບາຍ ເປັນເຈົ້າການ, ຕັ້ງຫນ້າ ແລະ ເຊື່ອມໂຍງເຂົ້າກັບສາກົນ. ກ່ຽວກັບຫນ້າທີ່ຈຸດສຸມຂອງການເຄື່ອນໄຫວພົວພັນກັບຕ່າງປະເທດໃນປີ 2013, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ນມິນ ໃຫ້ຮູ້ວ່າ:
“ປີ 2013, ຈຸດໝາຍຂອງການເຄື່ອນໄຫວການຕ່າງປະເທດຂອງ ຫວຽດນາມ ແມ່ນສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບເພື່ອຮັບໃຊ້ພາລະກິດພັດທະນາຂອງປະເທດຊາດ. ຄຽງຄູ່ກັນນັ້ນ, ຫວຽດນາມ ກໍຊຸກຍູ້ການທູດເສດຖະກິດ, ວັດທະນະທຳ, ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປົກປ້ອງພົນລະເມືອງ.”