(vovworld) - ໃນຖະແຫຼງການສະບັບ 1 ສ່ອງແສງຄວາມສົງໃສກ່ຽວກັບວິວັດການໄກ່ເກ່ຍຂອງ ອາບການິດສະຖານ, ວັນທີ 22/6, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ກ່າວເຕືອນຫ້ອງການຕາງໜ້າຂອງ ຕາລີບານ ຢູ່ Qatar ອາດຈະຕ້ອງປິດປະຕູຖ້າຫາກແຜນການເຈລະຈາຄັ້ງທຳອິດລະຫວ່າງ ອາເມລິກາ ແລະ ຕາລີບານ ບໍ່ສາມາດປະຕິບັດໄດ້. ກ່າວຄຳເຫັນຢູ່ນອກການພົບປະຂອງກຸ່ມ “ບັນດາເພື່ອນມິດຂອງ ຊີຣີ”, ທ່ານລັດຖະມົນຕີການຕ່າງປະເທດ John Kerry ເວົ້າວ່າ: ອາເມລິກາ ຢາກໃຫ້ແຜນການເຈລະຈາໂດຍສັນຕິກັບ ຕາລີບານ “ກັບຄືນສູ່ເສັ້ນທາງຂອງມັນ” ເພື່ອແນໃສ່ສ້າງຄວາມສະດວກໃຫ້ ອາເມລິກາ ແລະ ບັນດາປະເທດ ພັນທະມິດຢຸດຕິບັ້ນຮົບແກ່ຍາວເປັນເວລາກ່ວາ 12 ປີ ຢູ່ປະເທດ ອາຊີ ຕາເວັນຕົກສ່ຽງໃຕ້ ນີ້.
ໃນຂະນະນັ້ນ, ທ່ານປະທານາທິບໍດີ Karzai ມີຄວາມວິຕົກກັງວົນກ່ຽວກັບເລື່ອງ ອາເມລິກາ ເຈລະຈາໂດຍກົງກັບ ຕາລີບານ ຈະກໍ່ຄວາມເສຍຫາຍຕໍ່ບົດບາດຂອງລັດຖະບານ ອາບການິດສະຖານ ແລະ ວິວັດທະນາການສັນຕິພາບຂອງ ອາບການິດສະຖານ ຕ້ອງໂດຍແມ່ນຊາວ ອາບການິດສະຖານ ເປັນຜູ້ຕັດສິນກັນເອງ, ບໍ່ມີການແຊກແຊງຂອງບັນດາປະເທດມະຫາອຳນາດພາຍນອກ.