ລັດຖະມົນຕີການຕ່າງປະເທດລັດເຊຍແລະຍີ່ປຸ່ນປຶກສາຫາລືກ່ຽວກັບເຫດທົດລອງນິວຄະເລຍຂອງສປປ.ເກົາຫຼີ
ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ
ລັດເຊຍ ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Fumio Kishida
(ພາບ: AFP)
(vovworld) - ວັນທີ 12/09, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Fumio Kishida ມີການໂອ້ລົມທາງໂທລະສັບກ່ຽວກັບເຫດທົດລອງນິວຄະເລຍຄັ້ງໃໝ່ສຸດຂອງ ສປປ.ເກົາຫຼີ. ທ່ານລັດຖະມົນຕີການຕ່າງປະເທດ Lavrov ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງ ປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ຄວາມສຳຄັນຂອງມາດຕະການດ້ານການເມືອງ ແລະ ການທູດສຳລັບສະພາບການຢູ່ແຫຼມ ເກົາຫຼີ ໃນປະຈຸບັນ ຢ່າງຊັດເຈນ.
ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ກໍ່ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຈີນ ຫວາງອີ, ໃນນັ້ນ ຕຳໜິຕິຕຽນເຫດທົດລອງນິວຄະເລຍມໍ່ໆມານີ້ຂອງ ສປປ.ເກົາຫຼີ. ໃນຂະນະນັ້ນ ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ ຄວາຈວນຢີ໋ງ ໃຫ້ຮູ້ວ່າ: ຈີນ ໄດ້ກະຕຸກຊຸກຍູ້ ອາເມລິກາ ຕ້ອງມີຄວາມຮັບຜິດຊອບຕໍ່ບັນຫານິວຄະເລຍໃນແຫຼມ ເກົາຫຼີ ແລະ ຍົກອອກບັນດາມາດຕະການຢ່າງມີປະສິດທິຜົນ.