ລັດຖະມົນຕີການຕ່າງປະເທດອາເມລິກາເດິນທາງເຖິງອີຣັກປຶກສາຫາລືກ່ຽວກັບວິກິດການ

ລັດຖະມົນຕີການຕ່າງປະເທດອາເມລິກາເດິນທາງເຖິງອີຣັກປຶກສາຫາລືກ່ຽວກັບວິກິດການ - ảnh 1
ທ່ານ John Kerry, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ
photo:hanoimoi.com


(vovworld)- ວັນທີ 23/6, ທ່ານ John Kerry, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ເດີນທາງ​​ເຖິງນະຄອນຫລວງ ​ແບກ​ແດດ ​ເພື່ອ​ເຈລະຈາ​ກັບ​ບັນດາ​ການ​ນຳ ອີ​ຣັກ ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້. ຄາດ​ວ່າ ທ່ານ John Kerry ຈະ​ພົບ​ປະ ​ແລະ ປຶກສາ​ຫາລື ກັບ​ທ່ານນາຍົກ​ໃກ້​ຈະ​ພົ້ນ​ຕຳ​ແຫນ່​ງ  Nuri Al Maliki ກ່ຽວ​ກັບ​ສະພາບ​ການ​ການ​ເມືອງ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​ປະ​ເທດ​ນີ້. ນອກ​ນັ້ນ ທ່ານ John Kerry ຈະ​ພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ຊາດ Osama al Nujaifi ​ແລະ ບັນດາ​ເຈົ້າ​ຫນ້າ​ທີ່ອື່ນ​ຂອງ ອີຣັກ ກ່ອນ​ທີ່​ທ່ານ​ໄປ​ເຖິງ Arbil ​​ເພື່ອ​ເຈລະຈາ​ກັບທ່ານ Masoud Barzani ​ການ​ນຳ​ເຂດນີ້.

ຂ່າວ/ບົດ​ອື່ນ