ລັດຖະມົນຕີພັດທະນາແລະໃຊ້ພາສາຝລັ່ງຢ້ຽມຢາມຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ
ຕ້ອນຮັບລັດຖະມົນຕີພັດທະນາແລະໃຊ້ພາສາຝລັ່ງ
(ພາບ: vtv)
(vovworld) - ວັນທີ 14/12, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານລັດຖະມົນຕີວ່າການກະຊວງພັດທະນາ ແລະ ໃຊ້ພາສາຝລັ່ງ ການາດາ Marie Claude Bibrau, ເນື່ອງໃນໂອກາດທ່ານນາງມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 13 – 16/12. ທ່ານນາງລັດຖະມົນຕີ Marie Claude Bibrau ຢືນຢັນວ່າ, ລັດຖະບານ ການາດາ ຕີລາຄາສູງບົດບາດຂອງຫວຽດນາມ ຢູ່ພາກພື້ນ ແລະ ປາດຖະໜາຢາກຍູ້ແຮງ, ເຮັດໃຫ້ການພົວພັນ 2 ຝ່າຍລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ ໃນບັນດາຂົງເຂດການເມືອງ - ການທູດ, ການຄ້າ - ການລົງທຶນ, ການສຶກສາ - ວິທະຍາສາດ ແທດຈິງກວ່າອີກ, ກໍຄືເພີ່ມທະວີການໜູນຊ່ວຍການພັດທະນາໃຫ້ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ກໍຄືຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຢ່າງແທດຈິງຢູ່ຫວຽດນາມ ເພື່ອແນໃສ່ຍາດແຍ່ງບັນດາທ່າແຮງທີ່ມີຢູ່ແລ້ວຂອງຫວຽດນາມ ແລະ ບັນດາກາລະໂອກາດໂດຍສັນຍາຄູ່ຮ່ວມມືຂ້າມປາຊີຟິກ ນຳມາໃຫ້. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍສະເໜີໃຫ້ອົງການພັດທະນາການາດາ ສືບຕໍ່ໃຫ້ບຸລິມະສິດໜູນຊ່ວຍການພັດທະນາໃຫ້ແກ່ຫວຽດນາມ, ພິເສດແມ່ນໃນຂົງເຂດເຕີບໂຕຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໜູນຊ່ວຍຫວຽດນາມ ຈັດຕັ້ງກອງປະຊຸມຂັ້ນສູງ APEC 2017 ຢູ່ດ່ານັ້ງ ໃຫ້ປະສົມຜົນສຳເລັດ…