ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍ
ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍ
(ພາບ: cand.com.vn)
(vovworld) – ຕອນບ່າຍວັນທີ 4/12, ທີ່ການຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນລັດເຊຍ ທ່ານ Andrei Kovtun ເນື່ອງໃນໂອກາດທ່ານສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດ ຫວຽດນາມ ໄດ້ອວຍພອນໃຫ້ທ່ານ ເອກອັກຄະລັດຖະທູດ Andrei Kovtun ປະຕິບັດອະຍຸການເຮັດວຽກຢູ່ຫວຽດນາມ ສຳເລັດຜົນ. ບັນດາຄຸນງາມຄວາມດີ ແລະ ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນອາຍຸການຜ່ານມາໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດເວົ້າລວມກໍ່ຄືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ບັນດາອົງການປະຕິບັດກົດໝາຍຂອງສະຫະພັນ ລັດເຊຍ ເວົ້າສະເພາະ. ທ່ານລັດຖະມົນຕີວ່າການ ເຈີ່ນດ້າຍກວາງ ຫວັງວ່າ: ພາຍຫຼັງກັບເມືອປະເທດຮັບໜ້າທີ່ວຽກງານໃໝ່, ເຖິງວ່າຢູ່ໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານ Andrei Kovtun ກໍ່ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນ, ມີບັນດາການປະກອບສ່ວນໃຫ້ແກ່ການພັດທະນາການພົວພັນອັນດີງາມລະຫວ່າງ 2 ປະເທດ ແລະ ລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງສະຫະພັນ ລັດເຊຍ.