ລັດຖະສະພາWallonie,ລາຊະອານາຈັກແບນຊີກສະຫນັບສະຫນູນສັນຍາການຄ້າເສລີຫວຽດນາມ-EU
ບັນດາຜູ້ແທນເຂົ້າຮ່ວມວາລະອະພິປາຍ
ພາບ:TTXVN
|
(vovworld)- ວັນທີ 19/1 ຢູ່ ນະຄອນ Namur ເມືອງເອກຂອງເຂດ Wallonie ຂຶ້ນກັບລາຊະອານາຈັກແບກຊີກ, ຫົວຫນ້າຄະນະເຈລະຈາກ່ຽວກັບສັນຍາການຄ້າເສລີຫວຽດນາມ - EU, ທ່ານ Mauro Pertriccione, ມີບົດສະເຫນີທີ່ວາລະອະພິປາຍຕໍ່ລັດຖະສະພາເຂດ Wallonie ກ່ຽວກັບສັນຍາດັ່ງກ່າວ. ທີ່ວາລະອະພິປາຍນີ້, ທ່ານ Mauro Pertriccione ສະເຫນີວ່າ: ສະພາບການພັດທະນາເສດຖະກິດສັງຄົມຂອງຫວຽດນາມ ປະຈຸບັນ, ຕີລາຄາບັນດາທ່າໄດ້ປຽບຂອງຝ່າຍຫວຽດນາມ ກໍຄືບັນດາຜົນປະໂຫຍດຂອງ ຝ່າຍ EU ເມື່ອສັນຍາໄດ້ຮັບການລົງນາມ. ທ່ານເນັ້ນຫນັກວ່າ: ຫວຽດນາມ ແມ່ນຕະຫລາດເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃນພາກພື້ນພັດທະນາຂະຫຍັນຂັນເຄື່ອນປະຈຸບັນ. ທ່ານ Mauro Pertriccione ຢືນຢັນວ່າ: ມີຄວາມເຊື່ອໝັ້ນຕໍ່ອະນາຄົດການຮ່ວມມືລະຫວ່າງ EU ແລະ ຫວຽດນາມ. ບັນດາວາລະອະພິປາຍແມ່ນເຫດການສຳຄັນຂອງລັດຖະສະພາເຂດ Wallonie ເພື່ອແນໃສ່ກະກຽມໃຫ້ອົງການສ້າງກົດໝາຍ ແລະ ອຳນາດການປົກຄອງເຂດກວດກາຢັ້ງຢືນ, ພິຈາລະນາ ແລະ ໃຫ້ຄຳເຫັນໃສ່ສັນຍາການຄ້າເສລີ ຫວຽດນາມ EU.