( vovworld ) – ທີ່ການປ່ອນບັດລົງຄະແນນສຽງຂອງສະພາສິດທະມະນຸດສະຫະປະຊາຊາດ, ລັດເຊຍ, ຈີນ ແລະ ກູບາ ໄດ້ພ້ອມກັນປ່ອນບັດຄັດຄ້ານມະຕິຂອງສະພາສິດທະມະນຸດສະຫະປະຊາຊາດ ເພື່ອແນໃສ່ກ່າວປະນາມລັດຖະບານ ຊີຣີ ຍ້ອນວິກິດການດ້ານການເມືອງອັນນອງເລືອດຢູ່ປະເທດຕາເວັນອອກກາງນີ້. ມີ 37 ໃນຈຳນວນ 47 ປະເທດໄດ້ຮັບຮອງເອົາມະຕິສະບັບດັ່ງກ່າວແລ້ວ. ກ່າວຄຳເຫັນທີ່ການປ່ອນບັດ, ຜູ້ຕາງໜ້າຂອງລັດເຊຍ, ທ່ານ Vladimir Zheclov ໃຫ້ຮູ້ວ່າ: ມະຕິສະບັບດັ່ງກ່າວມີລັກສະນະດ້ານດຽວເທົ່ານັ້ນ ແລະ ກ່າວຖີ້ມໂທດໃຫ້ລັດຖະບານ ຊີຣີ ກ່ຽວກັບສະພາບການໃຊ້ຄວາມຮຸນແຮງຢູ່ນີ້ ໃນຂະນະທີ່ບໍ່ຍົກອອກສັນຍານທີ່ມີລັກສະນະສ້າງສັນໃດໆ. ສ່ວນທ່ານ Rodolfo Reyes Rodriguez ເອກອັກຄະລັດຖະທູດ ກູບາ ປະຈຳສະຫະປະຊາຊາດ ຖືວ່າ ເລື່ອງສະໜັບສະໜູນຜົນປະໂຫຍດຂອງຝ່າຍໜື່ງ ຈະຊຸກຍູ້ການແຊກແຊງຂອງຕ່າງປະເທດ ເຂົ້າສະພາບການຢູ່ພາຍໃນຂອງ ຊີຣີ ແລະ ອາດຈະກໍ່ຄວາມບາດເຈັບລົ້ມຕາຍຕື່ມອີກໃຫ້ແກ່ສາມັນຊົນ.