ລັດເຊຍ ຈະໂຕ້ຕອບ ຢ່າງສົມເຫດສົມພົນ ຖ້າຫາກອາເມລິກາ ຈັດວາງມາດຕະການລົງໂທດໃໝ່
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລັດເຊຍ Sergei Ryabkov
(ພາບ: Ria Novosti)
(vovworld) – ກ່າວຄຳເຫັນຕໍ່ວົງການນັກຂ່າວ, ຕໍ່ໜ້າການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດລັດເຊຍ ແລະ ອາເມລິກາ ຢູ່ Rome, ປະເທດອີຕາລີ ໃນວັນທີ 13/12, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລັດເຊຍ Sergei Ryabkov ໄດ້ສະແດງປະຕິກິລະຍາທີ່ຮຸນແຮງ ຕໍ່ເລື່ອງສະພາສູງອາເມລິກາ ຮັບຮອງເອົາຮ່າງກົດໝາຍ “ໜູນຊ່ວຍເສລີພາບຢູ່ຢູແກຼນ - 2014”, ໃນນັ້ນຮຽກຮ້ອງຈັດວາງບັນດາມາດຕະການລົງໂທດໃໝ່ແນໃສ່ ມົດສກູ ແລະ ຊ່ວຍເຫຼືອດ້ານອາວຸດໃຫ້ຢູແກຼນ. ທ່ານ Sergei Ryabkov ໃຫ້ຮູ້ວ່າ, ຝ່າຍລັດເຊຍ ພວມຄົ້ນຄວ້າເນື້ອໃນຮ່າງກົດໝາຍ ແລະ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງອາເມລິກາ ຊອກຫາມາມາດຕະການຈັດວາງລົງໂທດສຳລັບຂົງເຂດມີສິດການທູດພິເສດ, ກໍ່ຄືມີເຈດຈຳນົງກໍ່ຜົນກະທົບເຖິງບັນດານິຕິບຸກຄົນຢູ່ປະເທດທີ 3 ທີ່ມີການພົວພັນຮ່ວມມືຢ່າງຖືກຕ້ອງ ຕາມກົດໝາຍກັບວິສາຫະກິດລັດເຊຍ.