(vovworld) – ກົມກວດກາໂລກລະບາດສຳລັບສະຫະພັນລັດເຊຍ (VPSS) ຫາກໍ່ອອກແຈ້ງການຍຸບເລີກຊົ່ວຄາວຄຳສັ່ງຢຸດຕິນຳເຂົ້າສິນໃນນ້ຳເຂົ້າຕະຫຼາດສະຫະພັນລັດເຊຍ ແລະ ພັນທະພາບພາສີ (TS) ສຳລັບວິສາຫະກິດປຸງແຕ່ງສິນໃນນ້ຳ 7 ແຫ່ງຂອງຫວຽດນາມ.
ທີ່ປຶກສາການຄ້າສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ, ທ່ານ ຟ້າມກວາງນ້ຽມ ໄດ້ຕີລາຄາວ່າ ນີ້ແມ່ນໂອກາດທີ່ດີສຳລັບວິສາຫະກິດຫວຽດນາມ ທີ່ຢາກແຊກຊຶມເຂົ້າຕະຫຼາດກວ້າງໃຫຍ່ຂອງລັດເຊຍ, ພິເສດໃນສະພາບທີ່ການພົວພັນລະຫວ່າງລັດເຊຍ - ຫວຽດນາມ ພວມໄດ້ຮັບການພັດທະນາຢ່າງດີງາມ. ຍິ່ງກວ່ານັ້ນ, ຫວຽດນາມີທ່າແຮງກ່ຽວກັບຜະລິດຕະພັນກະເສດ ແລະ ສະບຽງຫານ. ທ່ານຟ້າມກວາງນ້ຽມ ໄດ້ຕັກເຕືອນໃຫ້ບັນດາວິສາຫະກິດ ຕ້ອງເປັນເຈົ້າການແຊກຊຶມເຂົ້າຕະຫຼາດລັດເຊຍ. ທ່ານກໍ່ຖືວ່າ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຕ້ອງຮີບເຮັ່ງຕົກລົງກັບລັດເຊຍ ກ່ຽວກັບບັນຫາຄວາມປອດໄພດ້ານສະບຽງອາຫານ, ຄວາມປອດໄພສຳລັບຜະລິດຕະພັນສັດສົ່ງອອກນຳເຂົ້າລະຫວ່າງຫວຽດນາມ - ລັດເຊຍ.