( vovworld ) - ທ່ານນາຍົກລັດຖະມົນຕີລັດເຊຍ ທັງເປັນຜູ້ອອກສະມັກຮັບເລືອກຕັ້ງເປັນປະທານາທິບໍດີ Vladimir Putin ໄດ້ຖືວ່າ, ບັນດາຂໍ້ມູນທີ່ຜິດເຂວໄດ້ຮັບການປ່າວຂ່າວກອນທີ່ຈະດຳເນີນການເລືອກຕັ້ງປະທານາທິບໍດີລັດເຊຍ ໃນວັນທີ 4/3 ແມ່ນບໍ່ຖືກຕ້ອງຕາມກົດໝາຍ, ສ້າງຄວາມເສຍຫາຍ ແລະ ບໍ່ສາມາດຮັບຮູ້ໄດ້. ຄຳຖະແຫຼງດັ່ງກ່າວຂອງທ່ານນາຍົກລັດຖະມົນຕີ Putin ຖືກຍົກອອກມາໃນການພົບປະກັບບັນດາທ່ານທີ່ທ່ານ Putin ໄດ້ມອບສິດ ແລະ ບັນດາຜູ້ຕາງໜ້າແນວໂຮມປະຊາຊົນທົ່ວປະເທດລັດເຊຍ ( OMF ) ເມື່ອຕອນບ່າຍວັນທີ 29/2 ຢູ່ ມົດສະກູ . ການນຳລັດຖະບານລັດເຊຍ ໄດ້ເນັ້ນໜັກວ່າ ອຳນາດການປົກຄອງຮູ້ດີວ່າ ມີອິດທິກຳລັງຈຳນວນໜື່ງໄດ້ກະກຽມບັນດາຂໍ້ມູນຂ່າວ, ວີດີໂອ… ເພື່ອຜຸກໂທດອຳນາດການປົກຄອງມີການສໍ້ໂກງໃນການເລືອກຕັ້ງ. ທ່ານນາຍົກລັດຖະມົນຕີ Putin ໄດ້ຢືນຢັນວ່າ, ເລື່ອງຝ່າຍຄ້ານລັດເຊຍ ຄາດວ່າຈະແຫ່ຂະບວນຄັດຄ້ານພາຍຫຼັງການປ່ອນບັດເລືອກຕັ້ງໃນວັນທີ 4/3 ແລະ ອອກຖະແຫຼງກ່ອນກ່ຽວກັບອັນທີ່ເອີ້ນວ່າ ສໍ້ໂກງໃນການເລືອກຕັ້ງ ແມ່ນການກະທຳທີ່ບໍ່ສາມາດຮັບຮູ້ໄດ້.