ລັດເຊຍ ຕຳນິຕິຕຽນນະໂຍບາຍໃໝ່ຂອງ ອາເມລິກາ ຕ້ານ ກູບາ
(VOVWORLD) - ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ປະເທດນີ້ຮູ້ສຶກເສຍດາຍຕໍ່ການຕ່າວປີ້ນນະໂຍບາຍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສຳລັບ ກູບາ
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP) |
ວັນທີ 18 ມິຖຸນາ ໃນຖະແຫຼງການໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຂໍ້ສັງເກດວ່າ ນະໂຍບາຍໃໝ່ສຳລັບ ກູບາ ຂອງອຳນາດການປົກຄອງປະທານາທິບໍດີ Donald Trump ຄ້າຍຄື ກັບຖ້ອຍທຳນອງຕາມແບບສົງຄາມເຢັນ. ຖະແຫຼງການກໍ່ຖືວ່າ ເລື່ອງຜ່ອນຜັນບັນດາມາດຖະການລົງໂທດພາຍໃຕ້ອຳນາດການປົກຄອງຂອງອະດີດປະທານາທິບໍດີ ອາເມລິກາ Barack Obama ແມ່ນລັດຖະນະໂຍບາຍຖືກຕ້ອງ, ພ້ອມທັງເນັ້ນໜັກເຖິງນ້ຳໃຈສາມັກຄີຂອງລັດເຊຍ ສຳລັບ ກູບາ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕັດສິນໃຈປ່ຽນແປງບັນດານະໂຍບາຍສຳລັບ ກູບາ ຈາກສະໄໝອຳນາດການປົກຄອງ, ຕາມນັ້ນແລ້ວ ໄດ້ຮັດແໜ້ນບັນດາຂໍ້ກຳນົດກ່ຽວກັບການສັນຈອນ, ຫ້າມພົນລະເມືອງ ອາເມລິກາ ທຳມາຫາກິນກັບ ບໍ່ວ່າລັດວິສາຫະກິດແຫ່ງໃດໆ ທີ່ມີການພົວພັນກັບກອງທັບ ແລະ ກຳລັງປ້ອງກັນຄວາມສະຫງົບ ກູບາ ຢ່າງເດັດຂາດ, ຢຸດຕິທຸກການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ພຽງແຕ່ອະນຸຍາດໃຫ້ດຳເນີນບັນດາການໄປຢ້ຽມຢາມຍາດຕິພີ່ນ້ອງເທົ່ານັ້ນ.