ລັດເຊຍ ຢຸດຕິການເຂົ້າຮ່ວມບັນດາຂໍ້ຕົກລົງຂອງສະພາເອີລົບ

(VOVWORLD) -ຕາມແຫລ່ງຂ່າວຫລ້າສຸດຊື່ງໄດ້ປະກາດທາງປະຕູຖານຂໍ້ມູນດ້ານກົດໝາຍຂອງລັດເຊຍ, ທ່ານນາຍົກລັດຖະມົນຕີ ລັດເຊຍ ຫາກໍ່ລົງນາມໃນເອກະສານກ່ຽວກັບເລື່ອງ ລັດເຊຍ ຢຸດຕິການເຂົ້າຮ່ວມ 8 ຂໍ້ຕົກລົງຂອງສະພາເອີລົບ.

ຕາມເອກະສານນີ້ແລ້ວ, ລັດເຊຍ ຖອນຕົວອອກຈາກກຸ່ມຮ່ວມມືສາກົນກ່ຽວກັບຢາເສບຕິດ, ກອງທຶນເອີລົບ ຫນູນຊ່ວຍການຜະລິດຮູບເງົາຮ່ວມ ແລະ ຈຳຫນ່າຍບັນດາຜະລິດຕະພັນຮູບເງົາ… ຢຸດຕິການເຂົ້າຮ່ວມສ່ວນຫນຶ່ງໃນຂໍ້ຕົກລົງປີ 1990 ກ່ຽວກັບການສ້າງຕັ້ງຄະນະກຳມະການ ເອີລົບ ກ່ຽວກັບປະຊາທິປະໄຕຮັບຮອງເອົາກົດໝາຍ ແລະ ສ່ວນຫນຶ່ງຂໍ້ຕົກລົງເປີດຂອງສະພາເອີລົບກ່ຽວກັບການຄາດຄະເນ, ສະກັດກັ້ນ ແລະ ສະຫນອງການຫນູນຊ່ວຍໃນກໍລະນີເກີດໄພທຳມະຊາດ ແລະ ໄພພິບັດເຕັກໂນໂລຊີ. ນອກນັ້ນ ລັດເຊຍ ກໍ່ຖອນອອກຈາກຂໍ້ຕົກລົງເປີດກວ້າງ ກ່ຽວກັບກິລາ,  ວັດທະນະທຳ ແລະ ການສິດສອນປະຫວັດສາດ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ