ລັດເຊຍ ເຫັນດີຕໍ່ກຳນົດເວລາຂໍ້ຕົກລົງຮ່ວມມືໃນຂົງເຂດອາວະກາດ-ຈັດກະວານກັບ ອາເມລິກາ
(VOVWORLD) - ລັດຖະບານ ລັດເຊຍ ໄດ້ເຫັນດີເປັນເອກະພາບເລື່ອງຕໍ່ກຳນົດເວລາຂໍ້ຕົກລົງການຮ່ວມມືໃນຂົງເຂດອາວະກາດ-ຈັກກະວານກັບ ອາເມລິກາ ຮອດເດືອນ ທັນວາ 2030
ວັນທີ 3 ເມສາ ບັນດາອົງການສື່ມວນຊົນຂອງລັດເຊຍ ໃຫ້ຮູ້ວ່າ “ຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂົງເຂດຄົ້ນຄວ້າ ແລະ ນຳໃຊ້ອາວະກາດ-ຈັກກະວານ ດ້ວຍເປົ້າໝາຍສັນຕິພາບ ຈະໄດ້ຕໍ່ກຳນົດເວລາຮອດວັນທີ 31 ທັນວາ 2030”
ຕາມບັນດາອົງການສື່ມວນຊົນຂອງລັດຖະບານ ລັດເຊຍ ແລ້ວ, ຂໍ້ຕົກລົງດັ່ງກ່າວ ແມ່ນໜຶ່ງໃນບັນດາກອບນິຕິກຳພື້ນຖານ ແນໃສ່ສ້າງເງື່ອນໄຂເພື່ອໃຫ້ ລັດເຊຍ ແລະ ອາເມລິກາ ຮ່ວມມືໃນຂົງເຂດຄົ້ນຫາຈັກກະວານ.
ຂໍ້ຕົກລົງການຮ່ວມມືໃນຂົງເຂດຄົ້ນຄວ້າ ແລະ ນຳໃຊ້ອາວະກາດ-ຈັກກະວານລະຫວ່າງ ລັດເຊຍ ແລະ ອາເມລິກາ ດ້ວຍເປົ້າໝາຍສັນຕິພາບ ໂດຍທ່ານປະທານາທິບໍດີ 2 ປະເທດ ແມ່ນ Boris Yeltsin ແລະ George Bush ລົງນາມເມື່ອວັນທີ 17 ມິຖຸນາ 1992 ຢູ່ ວໍຊິງຕັນ. ມາຮອດປະຈຸບັນ, ຂໍ້ຕົກລົງສະບັບດັ່ງກ່າວ ໄດ້ຕໍ່ກຳນົດເວລາ 4 ຄັ້ງແລ້ວ.