ລັດເຊຍ ແລະ ອິນເດຍ ເພີ່ມທະວີການພົວພັນຮ່ວມມື ຫຼາຍດ້ານ
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Manmohan Singh
(ພາບ: Reuters)
(vovworld) - ວັນທີ 24/12, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການຢ້ຽມຢາມ ອິນເດຍຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງປະຈຳປີ ອິນເດຍ - ລັດເຊຍ ຄັ້ງທີ 13. ທ່ານປະທານາທິບໍດີ Vladimir Putin ມີການເຈລະຈາກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Manmohan Singh ເພື່ອເພີ່ມທະວີການພົວພັນດ້ານປ້ອງກັນຊາດ ແລະ ຊຸກຍູ້ການພົວພັນການຄ້າ. ໃນບົດກ່າວຄຳເຫັນທາງໜັງສືພິມ The Hindu ກ່ອນການໄປຢ້ຽມຢາມ ອິນເດຍ, ທ່ານປະທານາທິບໍດີ Vladimir Putin ໄດ້ເນັ້ນໜັກວ່າ: ການພົວພັນມິດຕະພາບ ແລະ ການຮ່ວມມື ກັບ ອິນເດຍແມ່ນບັນດາບຸລິມະສິດຕົ້ນຕໍໃນນະໂຍບາຍພົວພັນຕ່າງປະເທດຂອງລັດເຊຍ. ກະຊວງການຕ່າງປະເທດ ອິນເດຍ ກໍໄດ້ແຈ້ງຂ່າວກ່ອນການຢ້ຽມຢາມຂອງປະທານາທິບໍດີ Putin, ໃນນັ້ນເນັ້ນໜັກວ່າ: ນັບແຕ່ເມື່ອລັດເຊຍ ແລະ ອິນເດຍ ເຊັນ “ຖະແຫຼງການກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ” ໃນເດືອນ 10/2000 ມາຮອດປະຈຸບັນ, ການພົວພັນ 2 ຝ່າຍໄດ້ຮັບການພັດທະນາຢ່າງແຮງ, ເຊິ່ງສະແດງໃຫ້ເຫັນຜ່ານບັນດາການເຄື່ອນໄຫວຮ່ວມມືທີ່ນັບມື້ນັບເພີ່ມຂຶ້ນໃນຂົງເຂດການເມືອງ, ຍຸດທະສາດ ແລະ ເສດຖະກິດ.
ແລະກໍໃນວັນດຽວກັນ, ບັນດາເຈົ້າໜ້າທີ່ 2 ປະເທດໄດ້ເຊັນຂໍ້ຕົກລົງ 10 ສະບັບ, ໃນນັ້ນມີຂໍ້ຕົກລົງປ້ອງກັນຊາດສະບັບໃໝ່ ທີ່ມີມູນຄ່າເກືອບ 2,9 ຕື້ USD./.