ລັດເຊຍຍັງໃຫ້ບຸລິມະສິດ ຮັກສາການພົວພັນກັບ ອີຢູ
(ພາບປະກອບ )
(vovworld)- ວັນທີ 27/12, ກະຊວງການຕ່າງປະເທດລັດເຊຍ ປະກາດວ່າການພົວພັນກັບອີຢູ ຍັງແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງລັດເຊຍ ໂດຍບໍ່ຫົວຊາຕໍ່ “ຄວາມສັບສົນຂອງສະພາບການປະຈຸບັນ“. ໃນບົດລາຍງານສະຫລຸບການເຄື່ອນໄຫວເປັນເວລາ 1 ປີ, ກະຊວງການຕ່າງປະເທດລັດເຊຍ ຊີ້ແຈ້ງວ່າ, ການພົວພັນກັບອີຢູ-ຊື່ງແມ່ນເຂດບ້ານໃກ້ເຮືອນຄຽງ ແລະ ກໍ່ແມ່ນຄູ່ຮ່ວມມືດ້ານການຄ້າໃຫ່ຍກ່ວາໝູ່ຂອງລັດເຊຍ ຍັງຈະແມ່ນໜຶ່ງໃນບັນດາການບຸລິມະສິດ ໃນນະໂຍບາຍການຕ່າງປະເທດຂອງລັດເຊຍ ໃນຊຸມປີຈະມາເຖິງ. ກ່ຽວກັບການພົວພັນກັບອາເມລິກາ, ກະຊວງການຕ່າງປະເທດລັດເຊຍ ຖືວ່າ, ການພົວພັນລະຫວ່າງລັດເຊຍ-ອາເມລິກາ ຈະໄດ້ຮັບການຟື້ນຟູຖ້າຫາກວ່າ ວໍຊິງຕັນພ້ອມແລ້ວທີ່ຈະເຈລະຈາໂດຍສະເໝີພາບກັບມົດສະກູ ແລະ ເຄົາລົບນັບຖືຜົນປະໂຫຍດຂອງກັນເທົ່ານັ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ກະຊວງການຕ່າງປະເທດລັດເຊຍ ຍັງເນັ້ນໜັກວ່າ: ລັດເຊຍ ແລະ ອາເມລິກາ ຍັງຈະສືບຕໍ່ຮັກສາການພົບປະຂັ້ນສູງຄັ້ງຕ່າງໆ ແລະ ຂັ້ນສູງສຸດກ່ຽວກັບບັນຫາຢູແກຼນ, ວິກິດການຢູ່ຊີຣີ, ຂໍ້ຕົກລົງກ່ຽວກັບບັນຫານິວເຄຼຍຂອງອີຣານ, ມາດຕະການໃຫ້ແກ່ການປະທຳກັນຢູ່ຕາເວັນອອກກາງ ແລະ ອາຟຼິກກາເໜືອ…./.