ລັດເຊຍປະກາດໃຊ້ກົດໝາຍສະບັບໃໝ່ກ່ຽວກັບການຕ້ານກໍ່ການຮ້າຍ
ກຳລັງປ້ອງກັນຄວາມສະຫງົບ ລັດເຊຍ ເຄີຍຕ້ອງຮັບມືກັບກຳລັງກໍ່ການຮ້າຍເປັນປະຈຳ
(ພາບ: AP)
(vovworld) – ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ຫາກໍ່ປະກາດໃຊ້ກົດໝາຍສະບັບໃໝ່ກ່ຽວກັບມາດຕະການຕ້ານກໍ່ການຮ້າຍທີ່ແຂງກະດ້າງ ກ່ອນທີ່ຈັດຕັ້ງງານມະຫາກຳກິລາ ລະດູໜາວ ປີ 2014 ຢູ່ Sochi, ປະເທດລັດເຊຍ. ຕາມນັ້ນແລ້ວ, ບັນດາຜົນເສຍຫາຍໂດຍພວກກໍ່ການຮ້າຍກໍ່ຂຶ້ນຈະໄດ້ຮັບການທົດແທນຄວາມເສຍຫາຍຈາກຍາດຕິພີ່ນ້ອງຂອງເຂົາເຈົ້າ, ກໍ່ຄືການກຳນົດການລົງໂທດຈຳຄຸກຂຶ້ນເຖິງ 20 ປີສຳລັບການກະທຳຜິດສ້າງຕັ້ງບັນດາອົງການກໍ່ການຮ້າຍ. ກົດໝາຍສະບັບໃໝ່ຍົກຄວາມຮັບຜິດຊອບດ້ານອາຍາສຳລັບເລື່ອງຈັດຕັ້ງກຸ່ມກໍ່ການຮ້າຍ ແລະ ເຂົ້າຮ່ວມການຝຶກແອບຢູ່ບັນດາຄ້າຍຝຶກແອບກໍ່ການຮ້າຍ. ລະອຽດຄື, ການກະທຳຜິດເຂົ້າຮ່ວມການຝຶກແອບກໍ່ການຮ້າຍຈະຖືກຈຳຄຸກແຕ່ 5 – 10 ປີ, ປັບໄໝເງິນ 500.000 ຣຸບ. ການກະທຳພິດຈັດຕັ້ງກຸ່ມກໍ່ການຮ້າຍຈະຖືກຈຳຄຸກແຕ່ 15 – 20 ປີ, ປັບໄໝເງິນ 1 ລ້ານຣຸບ, ເຂົ້າຮ່ວມບັນດາກຸ່ມນີ້ຖືກຕັດສິນຈຳຄຸກແຕ່ 5 – 10 ປີ, ປັບໄໝເງິນ 500.000 ຣຸບ.