ລັດເຊຍ,ອາເມລິກາເຫັນດີແກ່ຍາວຄຳສັ່ງຢຸດຍິງຢູ່ຊີຣີຕື່ມອີກ48ຊົ່ວໂມງ

ລັດເຊຍ,ອາເມລິກາເຫັນດີແກ່ຍາວຄຳສັ່ງຢຸດຍິງຢູ່ຊີຣີຕື່ມອີກ48ຊົ່ວໂມງ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ທີ່​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ຂໍ້​ຕົກ​ລົງ​ຢຸດ​ຍິງ
ພາບ:AFP/TTXVN

(vovworld)-​​ ວັນ​ທີ 14/9, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ແລະ ຄູ່​ຕຳ​ແຫນ່ງ ລັ​ດ​ເຊຍ ທ່ານ Sergei Lavrov ໄດ້​ເຫັນ​ດີ​ຕໍ່​ກຳ​ນົດ​ເວ​ລາ​ຂອງ​ຂໍ້​ຕົກ​ລົງ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ເປັນ​ປໍ​ລະ​ປັກ​ຢູ່ ຊີ​ຣີ ຕື່ມ​ອີກ 48 ຊົ່ວ​ໂມງ ເພື່ອ​ອະ​ນຸ​ຍາດ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຫນູນ​ຊ່ວຍ​ມະ​ນຸດ​ສະ​ທຳ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ອາ​ເມ​ລິ​ກາ Mark Toner ຊີ້​ແຈ້ງວ່າ: “ເບິ່ງ​ລວມ​ແລ້ວ​ມີ​ຄວາມ​ເຫັນ​ດີ​ໂດຍບໍ່​ຫົວ​ຊາ​​ຕໍ່ບັນ​ດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຄຳ​ສັ່ງ​ຢຸດ​ຍິງ ຖືກລະ​ເມີດ, ຂໍ້​ຕົກ​ລົງ​ນີ້​ພວມ​ມີ​ຜົນ​ສັກ​ສິດ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ຫລຸດ​ຜ່ອນ​ພໍ​ສົມ​ຄວນ. ໃນ​ຂອບ​ເຂດ​ການ​ແລກ​ປ່ຽນ, ເຂົາ​ເຈົ້າ​ໄດ້​ເຫັນ​ດີ​ແກ່​ຍາວ​ຄຳ​ສັ່ງ​ຢຸດ​ຍິງ​ຕື່ມ​ອີກ 48 ຊົ່ວ​ໂມງ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ