ລັດເຊຍແລະຈີນລົງນາມ ໃນບັນດາຂໍ້ຕົກລົງ ຮ່ວມມືດ້ານພະລັງງານ

ລັດເຊຍແລະຈີນລົງນາມ ໃນບັນດາຂໍ້ຕົກລົງ ຮ່ວມມືດ້ານພະລັງງານ - ảnh 1
(ພາບ​:
m.baotintuc.vn)

(vovworld)-​ ​ວັນ​ທີ 22/3, ທ່ານປະທານປະເທດຈີນ ສີຈິ້ນຜິງ ພວມຢູ່ຢ້ຽມຢາມລັດເຊຍ ແລະ ປະທານນາທິບໍດີປະເທດເຈົ້າພາບ Vladimir Putin ​ໄດ້​ເປັນ​ສັກຂີ​ພິຍານ ພິທີ​ລົງ​ນາມ​ບັນດາ​ຂໍ້​ຕົກລົງ ລວມມີ: ຂໍ້​ຕົກລົງ​ກ່ຽວ​ກັບ​ພະລັງງານ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສອງ​ປະ​ເທດ​ທີ່​ມີ​ມາ​ແຕ່​ດົນ​ນານ. ພາຍຫຼັງ​ການ​ເຈລະ​ຈາ, ປະທານນາທິບໍດີລັດ​ເຊຍ Vladimir Putin ​ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ການ​ນຳ​ສອງ​ທ່ານ​ຍັງ​ເປັນ​ປະທານ​ພິທີ​ລົງ​ນາມ​ຂໍ້​ຕົກລົງ​ລະຫວ່າງ​ກຸ່ມ​ບໍລິສັດ​ພະລັງງານ Rosneft ຂອງ​ລັດ​ເຊຍ ​ແລະ ບໍລິສັດ CNPC ຂອງ​ຈີນ.

ຂ່າວ/ບົດ​ອື່ນ