ທ່ານນາຍົກລັດຖະມົນຕີ Dmitry Medvedev
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) – ວັນທີ 5/10, ລັດເຊຍ ປະກາດວ່າປະເທດນີ້ຈະໂຈະຂໍ້ຕົກລົງກ່ຽວກັບນິວເຄຼຍ ແລະ ຄົ້ນຄ້ວາພະລັງງານນິວເຄຼຍໄດ້ເຊັນໃນປີ 2013 ກັບ ອາເມລິກາເພື່ອແນໃສ່ໂຕ້ຕອບເລື່ອງ ວໍຊິງຕັນ ຈັດວາງບັນດາມາດຕະການລົງໂທດ ມົດສະກູ ທີ່ກ່ຽວຂ້ອງເຖິງບັນຫາ ຢູແກຼນ. ໃນແວບໄຊທາງການ, ລັດຖະບານ ລັດເຊຍ ໄດ້ປະກາດດຳລັດໂດຍທ່ານນາຍົກລັດຖະມົນຕີ Dmitry Medvedev ເຊັນໃນວັນດຽວກັນ ໂດຍຊີ້ແຈ້ງວ່າ: “ເລື່ອງ ອາເມລິກາ ຕໍ່ກຳນົດເວລາບັນດາຄຳສັ່ງລົງໂທດແນໃສ່ລັດເຊຍ, ໃນນັ້ນມີການກະທຳໂຈະການຮ່ວມມື ລັດເຊຍ - ອາເມລິກາ ໃນຂົງເຂດພະລັງງານ ນິວເຄຼຍ, ຮຽກຮ້ອງໃຫ້ຝ່າຍ ລັດເຊຍ ຕ້ອງຈັດວາງບັນດາມາດຕະການໂຕ້ຕອບສຳລັບ ອາເມລິກາ”. ຕາມດຳລັດດັ່ງກ່າວແລ້ວ, “ພົນລະເມືອງ ອາເມລິກາ ທຸກຄົນ ຈະບໍ່ອະນຸຍາດໃຫ້ໄປຍັງບັນດາຮາກຖານນິວເຄຼຍຂອງ ລັດເຊຍ”. ໃນຂະນະນັ້ນ, ກະຊວງການຕ່າງປະເທດ ລັດເຊຍ ປະກາດວ່າ: ມົດສະກູ “ບໍ່ມີຄວາມເຊື່ອໝັ້ນ ວໍຊິງຕັນ ໃນຂົງເຂດທີ່ມີຄວາມສະດຸງໄວຄືແນວນັ້ນ”. ຄຳຕັດສິນດັ່ງກ່າວກໍ່ລວມມີເລື່ອງໂຈະການເຄື່ອນໄຫວຮ່ວມມືລະຫວ່າງອົງການພະລັງງານ ນິວເຄຼຍ Rosatom ຂອງລັດເຊຍ ກັບກະຊວງພະລັງງານ ອາເມລິກາ ເພື່ອແນໃສ່ຄົ້ນຄ້ວາວິທີການຫັນປ່ຽນບັນດາເຕົານິວເຄຼຍຂອງລັດເຊຍ ເພື່ອເສີມທາດ urani ຢູ່ໃນລະດັບຕ່ຳ.