ທະຫານປິດລ້ອມໂຮມແຮມ
(ພາບ: latimesblogs)
|
(vovworld) – ວັນທີ 27/1, ໂຮງແຮມໃຫຍ່ Corinthia ຢູ່ນະຄອນຫຼວງ Tripoli ຂອງ ລີບີ, ບ່ອນທີ່ເຄີຍຕ້ອນຮັບບັນດາເຈົ້າໜ້າທີ່ລັດຖະບານ ແລະ ແຂກຕ່າງປະເທດ, ຖືກບຸກໂຈມຕີໃຫ້ເຮັດຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດ ແລະ 5 ຄົນຖືກຮັບບາດເຈັບ. ແລະ ເບິ່ງຄືວ່າຍັງມີບາງຄົນຖືກຈັບເປັນຕົວປະກັນ. ທ່ານ Essam Naas, ໂຄສົກຂອງກຳລັງປ້ອງກັນຄວາມສະຫງົບ Tripoli ໃຫ້ຮູ້ວ່າ: ໄດ້ເກີດເຫດລະເບີດຢູ່ນອກໂຮງແຮມເຮັດໃຫ້ພາລະກອນປ້ອງກັນຄວາມສະຫງົບ 3 ຄົນເສຍຊີວິດ. ຫຼັງຈາກນັ້ນ, ຢ່າງໜ້ອຍສຸດມີມືປືນ 3 ຄົນໄດ້ບຸກເຂົ້າໂຮງແຮມ ແລະ ຍິງປະທະກັນກັບກຳລັງປ້ອງກັນ. ກຳລັງປ້ອງກັນຄວາມສະຫງົບໄດ້ຈັບຕົວມືປືນຄົນໜຶ່ງ ແລະ ປິດລ້ອມໂຮງແຮມແຫ່ງນີ້.