ລະດັບເຕີບໂຕ GDP ໃນ 3 ເດືອນຕົ້ນປີເພີ່ມຂຶ້ນເກືອບ 5%

ລະດັບເຕີບໂຕ GDP ໃນ 3 ເດືອນຕົ້ນປີເພີ່ມຂຶ້ນເກືອບ 5% - ảnh 1
(ພາບປະກອບ)
(vovworld) -  ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເຊິ່ງປະກາດ​ທີ່​ກອງ​ປະຊຸ​ມໃນ​ຕອນ​ເຊົ້າ​ວັນ​ທີ 26/03 ກ່ຽວ​ກັບ​ສະພາບ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ການ​ບໍລິການ ​ແລະ ການ​ລົງທຶນ​ໃນ​ເດືອນ 3/2013 ​ແລ້ວ, ລະດັບ​​ເຕີບ​ໂຕ GDP ຂອງ​ງວດ​ທີ 1 ປີ 2013 ຄາດ​ວ່າ​ບັນລຸ​ໄດ້​ເດືອ​ບ 5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັບ​ຂອງ​ປີ 2012; ​ໃນ​ນັ້ນ, ​ການ​ບໍລິການ​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ແຮງ​ທີ່​ສຸດ (ປະມານ 5,65%). ດັດ​ສະ​ນີການ​ຜະລິດ​ອຸດສາຫະກຳ​ງວດ​ທີ 1 ​ເພີ່ມ​ຂຶ້ນ 4,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2012. ມູນ​ຄ່າ​ຜະລິດຕະພັນ​ກະ​ເສດ, ​ເຄື່ອນ​ປ່າ​ຂອງດົງ ​ແລະ ສິນ​ໃນ​ນ້ຳ​ງວດ​ທີ 1 ບັນລຸ​ເກືອບ 162.000 ຕື້​ດົງ, ​ເພີ່ມ​ຂຶ້ນ​ເກືອບ 2,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັບ​ຂອງ​ປີ 2012. ສິ່ງທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ສະພາບ​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເພາະ​ການ​ລ້ຽງ​ປາ​ຫຼຸບ​ທຶນ. ຄຽງຂ້າງ​ນັ້ນ, ​ເລື່ອງ​ຫວ່າງ​ແລ້ວ​ນີ້, ກະຊວງ​ການ​ຄ້າ​ອາ​ເ​ມລິ​ກາ ​ໄດ້​ອອກ​ຄຳ​ສັ່ງ​ຈັດ​ວາງອັດຕາພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ຕໍ່​ຜະລິດ​ຕະພັນ​ປາຈາ, ປາ​ບາ​ຊາ​ແຊ​ເຢັນຂອງ​ຫວຽດນາມ ​ເຂົ້າ​ຕະຫຼາດອາ​ເມ​ລິ​ກາ ດ້ວຍ​ອັດຕາ​ພາສີ​ນຳ​ເຂົ້າ​ສູງ​ເກີນ​ໄປ ກໍ​ພວມ​ກໍ​ຄວາມ​ຫຍຸ້ງຍາກ​ໃຫ່​ແກ່​ການ​ຜະລິດ, ສົ່ງ​ອອກ​​ຜະລິດ​ຕະພັນນິ້. ກ່ຽວ​ກັບ​ດ້ານ​ລາຄາ, ດັດຊະ​ນີລາຄາ​ໃຊ້​ສອຍ​ໃນ​ເດືອນ 3 ປີ 2013 ນີ້ ຫຼຸດ​ລົງ 0,19% ​ເມື່ອ​ທຽບ​ໃສ່​ເດືອນ 2/2013.

ຂ່າວ/ບົດ​ອື່ນ