ລາຍການພົບປະມິດ ຕະພາບນັກຮຽນ ກຳປູເຈຍຢູ່ຫວຽດນາມປີ 2013


ລາຍການພົບປະມິດ ຕະພາບນັກຮຽນ ກຳປູເຈຍຢູ່ຫວຽດນາມປີ 2013 - ảnh 1

(ພາບ: qdnd)

(vovworld)-  ​ໃນຂອບເຂດການເຄື່ອນໄຫວຕ່າງໆມຸ້ງໄປເຖິງພິທີສະເຫຼີມສະຫຼອງ 35 ປີແຫ່ງວັນປົດປ່ອຍກຳປູເຈຍ ຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ (7/1/1979-7/1/2014),​ ວັນທີ 15/12, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດ ນາມ-ກຳປູ​ເຈ​ຍ, ໜັງສືພິມ​ກອງທັບ ປຊຊ ສົມທົບ​ກັບ​ວິ​ທະນາຄານ​ເສນາ​ຮັກ ​ໄດ້​ຈັດ​ລາຍການ “ພົບປະມິດຕະພາບນັກຮຽນກຳປູເຈຍຢູ່ຫວຽດນາມປີ 2013“. ນະ​ທີ່​ນີ້, ທ່ານ Hul Phani ​ເອກ​ອັກຄະ​ລັດຖະທູດ​ກຳປູ​ເຈຍ ປະຈຳຫວຽດນາມ ​ໃຫ້​ຮູ້​ວ່າ: ວັນ​ທີ 7/1/1979 ​ແມ່ນ​ວັນ​ມີ​ຄວາມ​ໝາຍ​ດ້ານ​ປະຫວັດ​ສາດ​ອັນ​ໃຫ່ຍຫຼວງສຳລັບ ປຊຊ ກຳປູ​ເຈຍ ​ແລະ ທ່ານ​ຢືນຢັນ​ວ່າ: ​ໄຊຊະນະ​ຂອງ ປຊຊ ກຳປູ​ເຈຍ ​ແມ່ນ​ມີ​ການ​ຊ່ວຍ​ເຫຼືອ​ອັນ​ໃຫ່ຍຫຼວງ​ຂອງ​ທະຫານ​ອາສາ​ສະໝັກ​ຫວຽ​ດນາມ. ທ່ານເອກ​ອັກຄະ​ລັດຖະທູດ​ Hul Phani ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ບຳລຸງ​ສ້າງນັກຮຽນ​ກຳປູ​ເຈຍ ຂອງ​ຫວຽດນາມ ​ແລະ ​ໃຫ້​ຮູ້​ວ່າ: ​ເມື່ອ​ກັບ​ເມືອ​ປະ​ເທດ, ບັນດາ​ນັກຮຽນ​ເຫຼົ່ານັ້ນ​ໄດ້ ​ແລະ ພວມ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ປະ​ເທດ​ກຳປູ​ເຈຍ ​ຢ່າງ​ຕັ້ງໜ້າ./.

ຂ່າວ/ບົດ​ອື່ນ