ລາຍການ“ເດີນຕາມຮອຍຕີນປະທານໂຮ່ຈີມິນ”ເພີ່ມພູນຄູນສ້າງຄວາມສາມັກຄີລະຫວ່າງຫວຽດນາມ-ລາວ-ໄທ

ລາຍການ“ເດີນຕາມຮອຍຕີນປະທານໂຮ່ຈີມິນ”ເພີ່ມພູນຄູນສ້າງຄວາມສາມັກຄີລະຫວ່າງຫວຽດນາມ-ລາວ-ໄທ - ảnh 1
ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ລາຍ​ການ


(vovworld) – “​ເດີນຕາມ​ຮອຍ​ຕີນ​ປະ​ທານ​ໂຮ່​ຈີ​ມິນ” ແມ່ນ​ຫົວ​ຂໍ້​ຂອງ​ການ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ ໂດຍ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ, ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ໄທ - ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຕັ້ງ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ລາຍ​ການ​ໄດ້​ຮັບ​ກາ​ນ​ຈັດ​ຕັ້ງ ເຊິ່ງ​ຈຸດ​ນັດ​ພົບ​ແມ່ນ​ບ່ອນ​​ທີ່ປະ​ທານ ໂຮ່​ຈີ​ມິນ ເຄີຍ​ດຳ​ລົງ​ຊີ​ວິດ ແລ​ະ ເຄື່ອນ​ໄຫວ​ປະ​ຕິ​ວັດ​ຢູ່ ລາວ ແລະ ໄທ. ເຂົ້າ​ຮ່ວມ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ ໂຮ່​ຈີ​ມິນ ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຢູ່​ເຂດ ອີ​ສານ ໄທ ມີ​ຜູ້​ແທນ​ເກືອບ 200 ຄົນ​ເຂົ້າ​ຮ່ວມ​ລາຍ​ການ “​ເດີນຕາມ​ຮອຍ​ຕີນ​ປະ​ທານ​ໂຮ່​ຈີ​ມິນ”. ທ່ານ​ນາງ ຫງວຽນ​ທິ​ຮ່​ວາງ​ເວີນ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫ​ວຽດ​ນາມ ໃຫ້​ຮູ້​ວ່າ: ລາຍ​ການ​ມີ​ຜົນ​ປະ​ໂຫຍດ​ກ່​ວາບໍ່​ວ່າ​ປື້ມ​ຫົວ​ໃດ ແລະ ເອ​ກະ​ສານ​ສະ​ບັບ​ໃດ:

    “ຂ້າ​ພະ​ເຈົ້າ​ຄິດ​ວ່າ ບັນ​ດາ​ລາຍ​ການ​ຄື​ແນວນີ້​ມີ​​ຄຸນ​ຄ່າ​ດ້ານ​ການ​ສຶກ​ສາ​​ຢ່າງເລິກ​ເຊິ່ງ ແລະ ຈຳ​ເປັນ​​ຕ້ອງໄດ້​ຮັບ​ການ​ທະ​ວີ​ຄຸນ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຂອງ​ປະ​ຊາ​ຊົນ, ບໍ່​ພຽງ​ແຕ່​ກ່ຽວ​ກັບ​ພາ​ລະ​ກິດ​ແຫ່ງ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຂອງ ປະ​ທານ ໂຮ່​ຈີ​ມິນ ເທົ່າ​ນັ້ນ ຫາກ​ຍັງ​ກ່ຽວ​ກັບ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ​ຄວາມສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ປະ​ເທດຕ່າງ​ອີກ​ດ້ວຍ.”


ຂ່າວ/ບົດ​ອື່ນ