ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືຄວາມໝັ້ນຄົງລຽບຕາມເສັ້ນຊາຍແດນ

(VOVWORLD) - ນະທີ່ນີ້, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງບັນດາແຜນການທີ່ໄດ້ວາງອອກ ພາຍໃຕ້ຫຼາຍຮູບແບບ, ຄື: ສົມທົບກັນ, ແລກປ່ຽນວິຊາສະເພາະ; ພົບປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນເຂດຊາຍແດນ ຂອງສອງປະເທດ…
 
ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືຄວາມໝັ້ນຄົງລຽບຕາມເສັ້ນຊາຍແດນ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ

ວັນທີ 20 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມ ລາວ, ທ່ານ Somdet Khlorham Sogueng, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ລາຊະອານາຈັກ ກຳປູເຈຍ ມີການເຮັດວຽກກັບທ່ານ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ. ນະທີ່ນີ້, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງບັນດາແຜນການທີ່ໄດ້ວາງອອກ ພາຍໃຕ້ຫຼາຍຮູບແບບ, ຄື: ສົມທົບກັນ, ແລກປ່ຽນວິຊາສະເພາະ; ພົບປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນເຂດຊາຍແດນ ຂອງສອງປະເທດ… ພິເສດ, ສອງຝ່າຍໄດ້ເຫັນດີເປັນເອກະພາບຮັບຮອງເອົາແຜນການຮ່ວມມືດ້ານຄວາມໝັ້ນຄົງຮອບດ້ານ 2023, ໃນນັ້ນ ຮັບປະກັນການຮັກສາຄວາມໝັ້ນຄົງ - ຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມເສັ່ນຊາຍແດນ; ການຮ່ວມມືກວດກາ, ຄວບຄຸມອາຊະຍາກຳຢາເສບຕິດ; ຮ່ວມມືຕ້ານການຄ້າມະນຸດ; ຮ່ວມມືດ້ານຄວາມໝັ້ນຄົງທາງອິນເຕີເນັດ… ເໝາະສົມກັບແນວທາງການພົວພັນຕ່າງປະເທດຂອງສອງປະເທດ, ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຂອງທັງລາວ ແລະ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ