( vovworld ) - ຫົວໜ້າຄະນະຜູ້ແທນລາວ ກ່ຽວກັບການຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນລະຫວ່າງຫວຽດນາມ - ລາວ ທ່ານພູເຂົາ ພົມມະວົງ ໃຫ້ຮູ້ວ່າ, ໄລ່ມາຮອດປະຈຸບັນສອງປະເທດກຳນົດໄດ້ 787 ທີ່ຕັ້ງປັກຫຼັກໝາຍຊາຍແດນ ແລະ ໝາຍທີ່ຕັ້ງປັກຫຼັກໝາຍຊາຍແດນ 658 ຈຸດ, ບັນລຸ 94% ຂອງແຜນການທີ່ໄດ້ວາງອອກ. ທີ່ກອງປະຊຸມລະຫວ່າງຄະນະກຳມະການຊາຍແດນຂອງສອງປະເທດທີ່ໄດ້ດຳເນີນໄປໃນຕົ້ນອາທິດທີ່ຜ່ານມາຢູ່ຮ່າໂນ້ຍ, ສອງຝ່າຍໄດ້ເຫັນດີຕໍ່ທີ່ຕັ້ງປັກຫຼັກໝາຍຊາຍແດນ ແລະ ຈະໄດ້ຮັບການປັກຫຼັກໝາຍສຳເລັດໃນປີ 2014. ລາວ ແລະ ຫວຽດນາມ ມີເສັ້ນຊາຍແດນຮ່ວມຍາວກວ່າ 2.000 ກມ. ໂຄງການປັກຫຼັກໝາຍຊາຍແດນຈະປະກອບສ່ວນສ້າງເສັ້ນຊາຍແດນລາວ - ຫວຽດນາມ ພັດທະນາ, ສັນຕິພາບ, ມິດຕະພາບ ແລະ ໝັ້ນຄົງ; ສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນຄ້າຂາຍ, ການລົງທຶນ ແລະ ເພີມທະວີການພົວພັນຮ່ວມມື, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.