ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດລາວ ຊຸດທີ 7
(ພາບ: laosecurity)
(vovworld) - ທ່ານປະທານປະເທດລາວ ຈູມມາລີ ໄຊຍະສອນ ຫາກໍລົງນາມໃນລັດຖະດຳລັດປະກາດໃຊ້ລັດຖະທຳມະນູນໃໝ່ຂອງປະເທດ ສປປ.ລາວ ພາຍຫຼັງລັດຖະທຳມະນູນສະບັບປັບປຸງນີ້ໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດລາວ ຊຸດທີ 7 ຜ່ານມາ. ນີ້ແມ່ນການປັບປຸງລັດຖະທຳມະນູນຄັ້ງທີ່ 2 ຂອງລາວ ນັບແຕ່ເມື່ອລັດຖະທຳມະນູນສະບັບທຳອິດໄດ້ຮັບການປະກາດໃຊ້ເມື່ອປີ 1991. ເມື່ອທຽບໃສ່ລັດຖະທຳມະນູນປີ 2003, ລັດຖະທຳມະນູນປີ 2015 ຂອງລາວ ໄດ້ປັບປຸງຫຼາຍຢ່າງ ເພື່ອເໝາະສົມກັບສະພາບຕົວຈິງ. ລັດຖະທຳມະນູນປີ 2015 ຂອງລາວ ລວມມີ 14 ໝວດ, 119 ມາດຕາ, ເພີ່ມ 3 ໝວດ ແລະ 21ມາດຕາ. ຕາມແຈ້ງການຂອງສະພາແຫ່ງຊາດລາວ ແລ້ວ, ເລື່ອງປັບປຸງລັດຖະທຳທະນູນຄັ້ງນີ້ແມ່ນເພື່ອເໝາະສົມກັບບັນດານະໂຍບາຍໃໝ່ຂອງພັກປະຊາຊົນປະຕິວັດລາວ ແລະ ວິໄສທັດພັດທະນາຂອງປະເທດຮອດປີ 2030, ພ້ອມທັງສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜາຢາກພັດທະນາຂອງປະຊາຊົນລາວ ບັນດາເຜົ່າ ແລະ ນຳປະເທດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020.