ວົງເງິນຂາອອກ, ຂາເຂົ້າ 4 ເດືອນຕົ້ນປີຂອງຫວຽດນາມ ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ໄລຍະກ່ຽວກັນປີ 2012

ວົງເງິນຂາອອກ, ຂາເຂົ້າ 4 ເດືອນຕົ້ນປີຂອງຫວຽດນາມ ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ໄລຍະກ່ຽວກັນປີ 2012 - ảnh 1
(ພາບປະກອບ)
(vovworld) – ກົມ​ໃຫຍ່​ພາສີ​ຫວຽດນາມ ຫາ​ກໍ​ປະກາ​ດ​​ໃນເບື້ອງ​ຕົ້ນສະພາບ​ການ​ສົ່ງ​ອອກ​ນ້ຳ​ເຂົ້າສິນຄ້າຂອງ​ຫວຽດນາມ​ແຕ່​ວັນ​ທີ 01/04 – 15/04. ​ເຊິ່ງຕາມ​ນັ້ນ​ແລ້ວ, ຍອດວົງ​ເງິນ​ຂາ​ອອກ ​ຂາ​ເຂົ້າ​ສິນຄ້າ​ຂອງ​ຫວຽດນາມ ​ໃນ​​ງວດ​ທີ 1 ​ເດືອນ 4 ບັນລຸ 10,55 ຕື້ USD, ​ເພີ່ມ​ຂຶ້ນ 4,9% ​ເມື່ອ​ທຽບ​ໃສ່​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໄລຍະ​ເຄຶ່ງທ້າຍ​ເດືອນ 3. ໝາກຜົນ​ດັ່ງກ່າວ​ ​ໄດ້​ນຳ​ວົງ​ເງິນ​ຂາ​ອອກ​ ຂາ​ເຂົ້າຂອງ​ຫວຽດນາມ ​ແຕ່​ຕົ້ນ​ປີ​ມາ​ຮອດ​ວັນ​ທີ 15/04 ບັນລຸ​ໄດ້ 70 ຕື້ USD, ​ເພີ່ມ​ຂຶ້ນ 19,7% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2012. ມູນ​ຄ່າ​ສົ່ງ​ອອກ​ສິນຄ້າ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ເງິນ​ລົງທຶນ​ໂດ​ຍກົງ​ຈາກ​ຕ່າງປະ​ເທດ​ບັນລຸ​ກວ່າ 2,7 ຕື້ USD, ກວມ​ເອົາ 58% ຍອດ​ຈຳນວນ​ມູນ​ຄ່າ​ສົ່ງ​ອອກ​ຂອງ​ທັງ​ປະ​ເທດ.

ຂ່າວ/ບົດ​ອື່ນ