ວົງເງິນສົ່ງອອກຜະລິດຕະພັນກະເສດ,ເຄື່ອງປ່າຂອງດົງ,ສິນໃນນນ້ຳບັນລຸກ່ວາ20ຕື້USDໃນ8ເດືອນ

ວົງເງິນສົ່ງອອກຜະລິດຕະພັນກະເສດ,ເຄື່ອງປ່າຂອງດົງ,ສິນໃນນນ້ຳບັນລຸກ່ວາ20ຕື້USDໃນ8ເດືອນ - ảnh 1
ພາບປະກອບ

 (vovworld) - ວົງ​​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນນ້ຳ​ບັນລຸ​ກ່ວາ 20 ​ຕື້ USD​ ໃນ​ 8 ​ເດືອນ - ໝາກຜົນນີ້​ເພີ່ມ​ຂຶ້ນ 5,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015. ​ໃນ​ນັ້ນ, ບັນດາ​ຂະ​ແໜງ​ສິນຄ້າ​ຄື: ກາ​ເຟ, ສິ້ນ​ໃນ​ນ້ຳ, ໝາກມ່ວງ​ຫິມະພານ, ໝາກ​​ພິກ​ໄທ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ທັງ​ດ້ານ​ປະລິມານ​ກໍ່​ຄື​ມູນ​ຄ່າ. ​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ​ແມ່ນ​ຂະ​ແໜງ ກາ​ເຟ, ດ້ວຍ​ການ​ເພີ່​ມຂຶ້ນ​ເກືອ​ບ 40% ກ່ຽວ​ກັບ​ປະລິມານ ​ແລະ ກ່ວາ 20% ກ່ຽວ​ກັບ​ມູນ​ຄ່າ, ບັນລຸ​ວົງ​ເງິນ 2,25 ຕື້ USD. ຈາກ​ນັ້ນ​ແມ່ນ​ການ​ເພີ່ມ​ຂຶ້ນ​ພໍ​ສົມຄວນ​ຂອງ​ຂະ​ແໜງ​ໝາກ​ພິກ​ໄທ ​ເມື່ອ​ວົງ​ເງິນ​ສົ່ງ​ອອກ​ໃນ 8 ​ເດືອນ​ຜ່ານ​ມາ​ບັນລຸ​ກ່ວາ 1 ຕື້ USD. ຂົງ​​ເຂດ​ສິນ​ໃນ​ນ້ຳ​ກໍ່​ເຕີບ​ໂຕ​ນ້ອຍ​ໜຶ່ງ, ດ້ວຍ​ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ 4,3 ຕື້ USD.


ຂ່າວ/ບົດ​ອື່ນ