ວິທະຍຸກະຈາຍສຽງຫວຽດນາມສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມກະຈາຍສຽງ ອາຊີ 2013

ວິທະຍຸກະຈາຍສຽງຫວຽດນາມສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມກະຈາຍສຽງ ອາຊີ 2013 - ảnh 1
ທ່ານ ຫວູດັງ​ຕຽນ ຜູ້ອຳນວຍການ​ໃຫຍ່ VOV ​

(vovworld)-​ ກອງປະຊຸມກະຈາຍສຽງອາຊີ 2013(Radio Asia 2013) ໂດຍວິທະຍຸກະຈາຍສຽງຫວຽດນາມ(VOV)ເປັນເຈົ້າພາບຈັດຕັ້ງຂຶ້ນ ຈະດຳເນີນໄປແຕ່ວັນທີ 29-31/7 ຈະມາເຖິງ. ກ່ອນດຳເນີນກອງປະຊຸມ, ​ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານ ຫວູດັງ​ຕຽນ ຜູ້ອຳນວຍການ​ໃຫຍ່ VOV ​ໃຫ້​ຮູ້​ວ່າ: VOV ​ແມ່ນ​ສະມາຊິກ​ສົມບູນ​ຂອງ​ສະຫະ​ສະມາຄົມ​ກະຈາຍສຽງ​ໂທລະພາບ ອາຊີ ປາຊີ​ຟີ​ກ (ABU) ນັບແຕ່​ປີ 1964 ​ແລະ ​ເຂົ້າ​ຮ່ວມ​​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ABU ຢ່າງ​ຕັ້ງຫນ້າ. ​ເລື່ອງ ABU ​ເລືອກເຟັ້ນ VOV ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ Radio Asia 2013 ຢູ່ ຮ່າ​ໂນ້ຍ, ກໍ່ເປັນການ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຂະ​ແຫນງ​ກະຈາຍສຽງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ ຫວູດັງ​ຕຽນ ຜູ້ອຳນວຍການ​ໃຫຍ່ VOV ​ໃຫ້​ຮູ້​ວ່າ:

        “ຫົວ​ຂໍ້: ກະຈາຍສຽງ ​ແລະ ສື່ສານ​ສັງຄົມ: ທ່າ​ອ່ຽງພັດທະນາ​ໃນ​ອະນາຄົດ” ​ມີ​ຄວາມ​ໝາຍ​ສຳຄັນ, ບໍ່ພຽງ​ແຕ່​ສະ​ເພາະ​ຂະ​​ແຫນງກະຈາຍສຽງ​ຫວຽດນາມ​ ​ເທົ່າ​ນັ້ນ ຫາກ​ສຳລັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໂລກ​ອີກ​ດ້ວຍ. ທີ່​ເວທີ​ປາ​ໄສ​ຄັ້ງນີ້ ບັນດາ​ນັກ​ຄຸ້ມ​ຄອງ​ການກະ​ຈາ​ຍສຽງ ຈະ​ແບ່ງປັນ​ບົດຮຽນ​ຕ່າງໆ​ໃນ​ຂົງ​ເຂດ​ກະຈາຍສຽງ ​ແລະ ຈະ​ແລກປ່ຽນ​ບົດຮຽນ​ກໍ​ຄື​ທ່າ​ອ່ຽງພັດທະນາ​ຂອງ​ວຽກງານ​ກະຈາຍສຽງ​ໃນ​ອະນາຄົດ.”

 

 

ຕອບກັບ

ຂ່າວ/ບົດ​ອື່ນ