ວັນບຸນມິດຕະພາບແລະສາມັກຄີກັບຫວຽດນາມຢູ່ຝຣັ່ງ
(ວັນບຸນມິດຕະພາບ ແລະ ສາມັກຄີ ຫວຽດນາມ ຢູ່ ຝຣັ່ງ)
(vovworld) – ບັນດາສະຫະສະມາຄົມມິດຕະພາບ ແລະ ສາມັກຄີກັບ ຫວຽດນາມ ມີບົດບາດສຳຄັນດ້ວຍບັນດາໂຄງການຢ່າງມີປະສິດທິຜົນ ແລະ ແທດຈິງ. ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝຣັ່ງ ຫງວຽນງອກເຊີນ ກ່ຽວກັບໝາກຜົນແຫ່ງການເຄື່ອນໄຫວຂອງບັນດາສະຫະສະມາຄົມສາມັກຄີກັບ ຫວຽດນາມ ໃນງານພົບປະແລກປ່ຽນ ແລະ ສາມັກຄີຂອງບັນດາສະຫະສະມາຄົມມິດຕະພາບກັບ ຫວຽດນາມ ຢູ່ ຝຣັ່ງ ເຊິ່ງໄດ້ດຳເນີນໃນວັນທີ 6/6, ຢູ່ ຝຣັ່ງ. ວັນບຸນມິດຕະພາບ ແລະ ສາມັກຄີກັບ ຫວຽດນາມ ລວມມີບັນດາວາລະປຶກສາຫາລື, ການແລກປ່ຽນ ລະຫວ່າງບັນດາສະຫະສະມາຄົມ ແລະ ໝູ່ບ້ານສະຫະສະມາຄົມ ກັບບັນດາຮ້ານວາງສະແດງ, ແນະນຳຂອງບັນດາສະຫະສະມາຄົມ ແລະ ບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ. ກ່າວຄຳເຫັນທີ່ພິທີໄຂວັນບຸນມິດຕະພາບ ແລະ ສາມັກຄີກັບ ຫວຽດນາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຝຣັ່ງ ຫງວຽນງອກເຊີນ ຢືນຢັນວ່າ:
ໃນຊຸມປີຜ່ານມາ, ການຮ່ວມມືລະຫວ່າງບັນດາສະຫະສະມາຄົມກັບ ຫວຽດນາມ ມີປະສິດທິຜົນທີ່ສຸດ. ເຖິງວ່າແມ່ນບັນດາໂຄງການນ້ອຍ ແຕ່ມີປະສິດທິຜົນທີ່ສຸດ ຍ້ອນມຸ່ງໄປເຖິງບັນດາບັນຫາມະນຸດສະທຳ, ການສຶກສາ, ການແພດ, ການຕ້ານຄວາມທຸກຍາກ, ອຶດຫິວ ແລະ ເຂົາເຈົ້າເຄີຍເລືອກເຟັ້ນບັນດາທ້ອງຖິ່ນ, ໂຄງການທີ່ເໝາະສົມເພື່ອພັດທະນາຢູ່ບັນດາເຂດຫ່າງໄກສອກຫຼີກຂອງ ຫວຽດນາມ. ຄຽງຂ້າງການພົວພັນລະຫວ່າງ 2 ປະເທດ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນກັບບັນດາສະຫະສະມາຄົມ, ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ, ບັນດາອົງການສາມັກຄີ, ມິດຕະພາບກັບ ຫວຽດນາມ ກໍ່ມີບົດບາດສຳຄັນ. 3 ຮູບແບບຮ່ວມມືນັ້ນໄດ້ນຳມາເຊິ່ງໝາກຜົນສຳຄັນຫຼາຍຢ່າງໃຫ້ແກ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຝຣັ່ງ.
ຖຸ່່ຍເວີນ, ນັກຂ່າວ VOV ປະຈຳ ຝຣັ່ງ