ລາຍການສະແດງສິລະປະຂອງຄະນະສິລະປະກອນຊົນເຜົ່າ ປາໂກ (ພາບ: thanhtra.com.vn)
|
Vovworld- ຕອນຄ່ຳວັນທີ 16/5, ຢູ່ເມືອງອາເລື້ອຍ ແຂວງເທຶ່ອທຽນເຫວ, ໄດ້ດຳເນີນວັນບຸນວັດທະນະທຳກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດພູດອຍ ແຂວງເທຶ່ອທຽນເຫວຄັ້ງທີ 10 ປີ 2013. ນີ້ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອ ແລະ ມີຄວາມໝາຍສຳຄັນປະກອບສ່ວນເຂົ້າໃນການອະນຸລັກ, ເສີມຂະຫຍາຍ ແລະ ແນະນຳບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ, ບັນດາການ ລະຫຼິ້ນພື້ນເມືອງ, ບັນດາປະເພດກິລາຊົນເຜົ່າທີ່ອຸດົມສົມບູນ, ອັນໄດ້ປຸກລຸກຄວາມເອກອ້າງທະນົງໃຈ ແລະ ຄວາມຮູ້ບູນຄຸນຂອງພໍ່ແມ່ປະຊາຊົນເຂດພູດອຍທີ່ມີຕໍ່ທ່ານປະທານໂຮ່ຈິມິນ.
ໂດຍຖືກຈັດຂຶ້ນແຕ່ວັນທີ 15-17/5, ວັນບຸນມີການເຄື່ອນໄຫວຫຼາຍຢ່າງ, ພິເສດແມ່ນງານວາງສະແດງ“ ເຂດຊາຍແດນ, ທະເລໝູ່ເກາະ ແລະ ສີສັນວັດທະນະທຳບັນດາເຜົ່າເຂດພູດອຍ” ເພື່ອແນະນຳຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ອະທິປະໄຕເຂດຊາຍແດນ, ທະເລໝູ່ເກາະ. ທັງນີ້ກໍເພື່ອເຊີດຊູສີສັນວັດທະນະທຳບັນດາເຜົ່າ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ນ້ຳໃຈສາມັກຄີ ແລະ ການພົວພັນແລກປ່ຽນດ້ານວັດທະນະທຳລະຫວ່າງບັນດາເຜົ່າເຂດພູດອຍ ແຂວງເທຶ່ອທຽນເຫວ. ທ່ານເລແອງມຽງ ຫົວໜ້າຄະນະໂຄສະນາສຶກສາພັກເມືອງ ເມືອງອາເລື້ອຍໃຫ້ຮູ້ວ່າ:
“ອາເລື້ອຍໄດ້ກໍ່ສ້າງເຮືອນແຈ້ງຜົນງານຕໍ່ລຸງໂຮ່ຢູ່ສູນດຳເນີນຊີວິດວັດທະ ນະທຳປະຊາຄົມບັນດາເຜົ່າ ເມືອງອາເລື້ອຍ. ນອກຈາກພາບເຄິ່ງຄີງຂອງລຸງໂຮ່ແລ້ວ, ກໍຍັງວາງສະແດງບັນດາວັດຖຸພັນຂອງບັນດາເຜົ່າ. ບັນດາວັດຖຸພັນທີ່ກ່ຽວຂ້ອງເຖິງລຸງໂຮ່ ຄື ຈົກ, ພ້າ, ຜ້າແພຂອງລຸງໂຮ່ມອບເປັນຂອງຂວັນໃນຊຸມປີ 1960, 1961. ອາລົມຈິດ, ຄວາມຮັກແພງທີ່ມີຕໍ່ພໍ່ແມ່ປະຊາຊົນຢູ່ແຫ່ງນີ້ ຍາມໃດກໍໄດ້ຮັບການເກັບຮັກສາ”