(VOVWORLD) - ວັນທີ 18 ມິຖຸນາ, ຢູ່ນະຄອນ ກຸຍເງິນ (ແຂວງບິ່ງດິ້ງ), ພະແນກວິທະຍາສາດ ແລະ ເຕັກໂນໂລຢີແຂວງ ບິ່ງດິ້ງ ໄດ້ຈັດພິທີໄຂວັນບຸນເລີ່ມຕົ້ນທຸລະກິດນະວັດຕະກຳ ແຂວງ ບິ່ງດິ້ງ ຄັ້ງທີ IV.
ພິທີໄຂວັນບຸນເລີ່ມຕົ້ນທຸລະກິດນະວັດຕະກຳ ແຂວງ ບິ່ງດິ້ງ ຄັ້ງທີ IV (ພາບ: baobinhdinh.vn) |
ໃນວັນບຸນປີນີ້, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດທີ່ເຂົ້າຮ່ວມ ໄດ້ແນະນຳ, ໂຄສະນາຜະລິດຕະພັນເລີ່ມຕົ້ນທຸລະກິດ, ວິທະຍາສາດເຕັກໂນໂລຢີ ພ້ອມກັບຫຼາຍຜະລິດຕະພັນທີ່ເປັນເອກະລັກຂອງແຂວງ; ແລກປ່ຽນປະສົບການ, ເຊື່ອມຕໍ່ນັກລົງທຶນ, ລູກຄ້າ ເພື່ອຊອກຫາຕະຫຼາດພັດທະນາຜະລິດຕະພັນ. ໃນວັນບຸນນີ້, ຍັງຈັດກອງປະຊຸມສຳມະນາ ຂຸດຄົ້ນກຳລັງບົ່ມຊ້ອນເລີ່ມຕົ້ນທຸລະກິດພາກກາງ ຫວຽດນາມ ອີກດ້ວຍ.
ເນື່ອງໃນໂອກາດນີ້, ພະແນກວິທະຍາສາດ ແລະ ເຕັກໂນໂລຢີແຂວງ ບິ່ງດິ້ງ ໄດ້ລົງນາມໃນລາຍການຮ່ວມມືຍຸດທະສາດລະບົບນິເວດເລີ່ມຕົ້ນທຸລະກິດ ກັບ ສູນຊ່ວຍເຫຼືອການເລີ່ມຕົ້ນທຸລະກິດແບບມີຫົວຄິດປະດິດສ້າງແຫ່ງຊາດ ແລະ ສູນກໍ່ສ້າງການເລີ່ມຕົ້ນທຸລະກິດ ແມ່ນ້ຳ ຮ່ານ.