ວັນວັດທະນະທຳບັນດາຊົນເຜົ່າຫວຽດນາມ
(ພາບ:baodienbienphu.info.vn)
(vovworld)- ວັນທີ 19/4, ແມ່ນວັນວັດທະນະທຳບັນດາຊົນເຜົ່າຫວຽດນາມ. ນີ້ແມ່ນໂອກາດເພື່ອເຊີດຊູສີສັນວັດທະນະທຳບັນດາຊົນເຜົ່າຫວຽດນາມ ແລະ ກໍ່ແມ່ນໂອກາດເພື່ອໃຫ້ອຳນາດການປົກຄອງຂັ້ນຕ່າງໆ, ບັນດາໝູ່ຄະນະມີຄວາມເອົາໃຈໃສ່, ມີບັນດາວຽກງານອັນແທດຈິງກັບວັດທະນະທຳຂອງບັນດາຊົນເຜົ່າ. ບັນດາການເຄື່ອນໄຫວວັດທະນະທຳສິລະປະ, ງານພົບປະແລກປ່ຽນຖືກດຳເນີນໄປຢູ່ບ້ານວັດທະນະທຳ, ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ ຢູ່ດົ່ງໂມ-ເຊີນໄຕ-ຮ່າໂນ້ຍ. ຈຸດພົ້ນເດັ່ນໃນວັນວັດທະນະທຳບັນດາຊົນເຜົ່າຫວຽດນາມ ແມ່ນການສະແດງສິລະປະໃນຄ່ຳຄືນວັນທີ 19/4 ໂດຍມີການເຂົ້າຮ່ວມຂອງບັນດານັກສິລະປິນວິຊາຊີບ ແລະ ນັກສິລະປິນສະໝັກຫຼີ້ນ. ໜຶ່ງໃນບັນດາຈຸດແຕກຕ່າງກັບທຸກປີນັ້ນແມ່ນປີນີ້, ຄະນະຈັດຕັ້ງໄດ້ສະແດງງານຕະຫຼາດນັດເຂດພູດອຍທາງພາກເໜືອຫວຽດນາມ ຄືນໃໝ່ ຢ່າງມີຊີວິດຊີວາ. ສານທີ່ວ່າ: ໄວໜຸ່ມບັນດາຊົນເຜົ່າຫວຽດນາມ ກັບວັດທະນະທຳຄອບຄົວໄດ້ສະແດງຜ່ານບັນດາການເຄື່ອນໄຫວ, ວຽກງານຂອງປະຊາຊົນຊົນເຜົ່າຕ່າງໆ, ບັນດາຊາວໜຸ່ມດີເດັ່ນໃນທົ່ວປະເທດເປັນຊາວຊົນເຜົ່າ ຊື່ງໄດ້ພ້ອມກັນເຕົ້າໂຮມໃນບ້ານວັດທະນະທຳ, ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ.