ວັນວັດທະນະທຳບັນດາເຜົ່າ ຫວຽດນາມ

ວັນວັດທະນະທຳບັນດາເຜົ່າ ຫວຽດນາມ - ảnh 1
ການສະແດງຊຸດເຊື້ອຍາວທີ່ວັນບຸນ
(ພາບ: Thanh Hằng)

(vovworld) –  ລາຍການ​ສິລະ​ປະ​ເພື່ອ​ຊົມ​ເຊີຍ​ວັນ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ (19/4) ​ແລະ ປີ​ຄອບຄົວ ຫວຽດນາມ ປີ 2013 ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 19/4 ຢູ່ບ້ານ​ວັດທະນະທຳທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ ທີ່ ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ, ​ທ່ານເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຟ້າ​ມກວາງ​ຫງີ້ ​ໄດ້​ເຂົ້າ​ຮ່ວມ​ວັນ​ບຸນ ​ພ້ອມ​ກັບ​ພໍ່​ແມ່​ພີ່ນ້ອງ 150 ຄົນ​ທີ່​ຕາງໜ້າ​ໃຫ​້​ແກ່ 54 ຊົນ​ເຜົ່າ​ອ້າຍ​ນ້ອງ​ໃນ​ທົ່ວ​ປະ​ເທດ.

        ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຮ່ວາງ​ຕວນ​ແອ​ງ ຊີ້​ແຈ້ງວ່າ: ກ່ອນ​ນີ້ 5 ປີ​ເຕັມ, ນາຍົກລັດຖະມົນຕີ ​ໄດ້​ຕົກລົງ​ຖືເອົາ​ວັນ​ທີ 19/4 ​ແຕ່ລະປີ​ເປັນ​ “ວັນວັດທະນະທຳ​ບັນ​ດາ​ເຜົ່າ ຫວຽດນາມ” ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ 54 ຊົນ​ເຜົ່າ​ອ້າຍ​ນ້ອງ, ​ເພີ່ມທະວີ​ກຳລັງ​​ແຮງກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ. ນີ້​ແມ່ນ​ຮູບ​ແບບ​ເພື່ອ​ຈົດ​ຈຳ, ຕັກ​ເຕືອນປຸກລະດົມ​ນ້ຳໃຈ “ສະ​ເໝີ​ພາບ, ສາມັກຄີ, ​ເຄົາລົບ​ນັບຖື ​ແລະ ຊ່ວຍ​ເຫລືອ​ກັນ​​ເພ່ືອພ້ອມ​ກັນ​ກ້າວໜ້າ” ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ​ ຫວຽດນາມ ​ທີ່​ມີ​ຕໍ່​ພາລະກິດ​ພັດທະນາ​ເສດຖະກິດ - ວັດທະນະທຳ - ສັງຄົມ ຂອງ​ປະຊາຊົນ​ບັນດາ​ເຜົ່າ. ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຮ່ວາງ​ຕວນ​ແອ​ງ ກ່າວ​ວ່າ:

“5 ປີຜ່ານມາ, ດ້ວຍ​ການ​ເຄື່ອນ​ໄຫວ​, ວຽກ​ງານ​ທີ່​ລະອຽດຫລາຍ​ຢ່າງ, ທີ່ມີ​ຄວາມ​ໝາຍ​ກ່ຽວ​ກັບ​ການອະນຸລັກ​ຮັກສາ, ພົວພັນ​ແລກປ່ຽນ​ວັດທະນະທຳ, ພັດທະນາ​ເສດຖະກິດ ຕິດ​ພັນ​ກັບ​ການ​ລົບ​ລ້າງ​ຄວາ​ມອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້​ອມ, ວັນ​ວັດທະນະທຳ ບັນດາ​ເຜົ່າ ຫວຽດນາມ ​ໄດ້​ແຜ່​ລາມ​ ​ແລະ ຊຶມ​ເລິກໃນ​ວົງ​ຄະນະ​ຍາດ​ບັນດາ​ເຜົ່າ ຫວຽດນາມ ເທື່ອ​ລະ​ກ້າວ, ສືບ​ຕໍ່​ຢືນຢັນ​ພະລັງ​ຊີວິດ, ການ​ຍືນ​ຍົງ​ຄົງ​ຕົວ​ຂອງ​ວັດທະນະທຳ​ບັນ​ດາ​ເຜົ່າ ຫວຽດນາມ”

ຂ່າວ/ບົດ​ອື່ນ