(VOVWORLD) - ຕາມກະຊວງຖະແຫຼງຂ່າວ ແລະ ສື່ສານ ແລ້ວ, ໃນໄລຍະຜ່ານມາ, ມີເກືອບ 70.000 ໜ່ວຍງານເຕັກໂນໂລຊີດີຈີຕອນຊຸມຊົນ, ດ້ວຍສະມາຊິກ 320.000 ຄົນ
ພາບປະກອບ |
ພ້ອມກັບເຫດການສະເຫຼີມສະຫຼອງວັນຫັນເປັນດີຈີຕອນແຫ່ງຊາດຈະຈັດຂຶ້ນໃນຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ປຸກລະດົມເດືອນກະທຳຕອບສະໜອງວັນຫັນເປັນດີຈີຕອນ.
ຕາມກະຊວງຖະແຫຼງຂ່າວ ແລະ ສື່ສານ ແລ້ວ, ໃນໄລຍະຜ່ານມາ, ມີເກືອບ 70.000 ໜ່ວຍງານເຕັກໂນໂລຊີດີຈີຕອນຊຸມຊົນ, ດ້ວຍສະມາຊິກ 320.000 ຄົນໄດ້ສົ່ງໄປແຕ່ລະຄອບຄົວຕັ້ງໜ້າແນະນຳການນຳໃຊ້ເຕັກໂນໂລຊີໃນຊີວິດການເປັນຢູ່. ທ່ານ ຫງວຽນຝຸກຕ່ຽນ, ຮອງຫົວໜ້າກົມຫັນເປັນດີຈີຕອນແຫ່ງຊາດ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ໃຫ້ຮູ້ວ່າ:
“ຫົວຂໍ້ຂອງວັນຫັນເປັນດີຈີຕອນແຫ່ງຊາດປີ 2023 ແມ່ນ ຂຸດຄົ້ນຂໍ້ມູນ ເພື່ອສ້າງຄຸນຄ່າ. ທາດແທ້ຫຼັກເມື່ອປະຕິບັດການຫັນເປັນດີຈີຕອນແມ່ນອີງໃສ່ຂໍ້ມູນ ເພື່ອສ້າງຄຸນຄ່າ. ຍ້ອນເຫດນັ້ນ, ວັນຫັນເປັນດີຈີຕອນແຫ່ງຊາດມີຄວາມໝາຍທີ່ສຸດ, ເພື່ອໃຫ້ການຫັນເປັນດີຈີຕອນຕິດແທດຕົວຈິງ, ມີປະສິດທິຜົນ ແລະ ທົ່ວເຖິງປະຊາຊົນທຸກຄົນ”.