ວິສາຫະກິດນອກແວ ສົນໃຈຕໍ່ຕະຫຼາດ ຫວຽດນາມ
(ພາບ: vov)
(vovworld)- ຫວ່າງແລ້ວນີ້, ຢູ່ Oslo, ສະຖານທູດຫວຽດນາມ ປະຈຳນອກແວ ສົມທົບກັບຫ້ອງການການຄ້າ Oslo ໄດ້ຈັດກອງປະຊຸມສຳມະນາກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ, ປຶກສາຫາລືບັນດາແງ່ມູມສຳຄັນຂອງການດຳເນີນທຸລະກິດກັບຫວຽດນາມ ແລະ ຢູ່ຫວຽດນາມ. ກອງປະຊຸມສຳມະນາສ້າງເງື່ອນໄຂໃຫ້ແກ່ບັນດາບໍລິສັດຂອງນອກແວ ຊອກຮູ້ກາລະໂອກາດດຳເນີນທຸລະກິດຢູ່ຫວຽດນາມ ຜ່ານການພົບປະ ແລະ ປຶກສາຫາລືກັບບັນດາຜູ້ຕາງໜ້າຂອງນອກແວ ທີ່ມີປະສົບການ, ບົດຮຽນໃນການດຳເນີນທຸລະກິດກັບຫວຽດນາມ, ພ້ອມທັງພົບປະ ແລະ ແລກປ່ຽນກັບບັນດາຜູ້ຕາງໜ້າຂອງຫວຽດນາມ ແລະ ຄະນະນັກທຸລະກິດຫາຍຟ່ອງ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ຊ່ຽວຊານນອກແວ ແລະ ວິສາຫະກິດເຄີຍເຄື່ອນໄຫວຢູ່ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃຫ່ຍຫຼວງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍກາລະໂອກາດໃຫ່ຍໃຫ້ແກ່ບັນດາບໍລິສັດຂອງນອກແວ ເພື່ອແຊກຊືມເຂົ້າຕະຫຼາດຫວຽດນາມ ກໍ່ຄືບັນດາປະເທດສະມາຊິກອາຊຽນ./.